Home ຂ່າວຕ່າງປະເທດ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78

ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ສັບປະດາ ຂັ້ນສູງ ແລະ ວາລະປຶກສາຫາລືຂັ້ນສູງປີ 2023 ດ້ວຍຫົວຂໍ້ “ສ້າງຄວາມ ໄວ້ເນື້ອ ເຊື່ອໃຈ ແລະ ຊຸກຍູ້ ປະຊາຊົນ ທຸກຄົນ” ຈັດຂຶ້ນ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ ຂອງ ສ.ອາເມລິກາ, ໃນຂອບເຂດ ກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ດຳເນີນແຕ່ ວັນທີ 19–22 ກັນຍານີ້. ສປຊ ຈະຈັດການເຈລະຈາ ຂັ້ນສູງ ກ່ຽວກັບ ການເງິນ ເພື່ອການພັດທະນາ. ການເຈລະຈາ ດັ່ງກ່າວ ແມ່ນໂອກາດ ເພື່ອໃຫ້ບັນດາປະເທດທົບທວນຄືນວິວັດ ທະນາການແຫ່ງການຜັນຂະຫຍາຍໂຄງການດຳເນີນງານ Addis Ababa ທີ່ໄດ້ຮັບຮອງເອົາໃນປີ 2015 ເພື່ອແນໃສ່ ສະໜອງໃນຂອບເຂດທົ່ວໂລກໃໝ່ດ້ວຍເປົ້າໝາຍ ລະດົມແຫລ່ງການເງິນຮັບໃຊ້ການພັດທະນາແບບຍືນຍົງຜ່ານການດັດປັບທຸກແຫລ່ງການເງິນ ແລະ ນະໂຍບາຍ ດ້ວຍບັນດາບຸລິມະສິດທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version