Home ຂ່າວໜ້າໜຶ່ງ ເອົາໃຈໃສ່ເຝົ້າລະວັງ-ປ້ອງກັນ ແລະ ຄວບຄຸມການລະບາດພະຍາດໝາກສຸກລີງ.

ເອົາໃຈໃສ່ເຝົ້າລະວັງ-ປ້ອງກັນ ແລະ ຄວບຄຸມການລະບາດພະຍາດໝາກສຸກລີງ.

0

——————–

#ວັນທີ 19 ກັນຍາ 2023 ນີ້, ກະຊວງ ສາທາລະນະສຸກ ໄດ້ອອກແຈ້ງການ ເຖິງພະແນກສາທາລະນະສຸກບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໝາກສຸກລີງ ໃນ ສປປລາວ ເນື່ອງຈາກວ່າ ປັດຈຸບັນ ມີການຢັ້ງຢືນກໍລະນີຕິດເຊື້ອພະຍາດໝາກສຸກລີງ ກໍລະນີທໍາອິດຢູ່ໃນ ສປປ ລາວ ເຊິ່ງຜູ້ກ່ຽວມີປະຫວັດການຕິດເຊື້ອຈາກປະເທດໃກ້ຄຽງ, ສົມທົບກັບມີການເດີນທາງເຂົ້າ-ອອກຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ ບັນດາປະເທດທີ່ມີລາຍງານຕົວເລກຕິດເຊື້ອພະຍາດໝາກສຸກລີງ, ເຮັດໃຫ້ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂຶ້ນໃນຕໍ່ໜ້າ.

ກະຊວງສາທາລະນະສຸກ ຈຶ່ງແຈ້ງມາຍັງ ຫົວໜ້າ-ຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫລວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມລະບາດຂອງ ພະຍາດໝາກສຸກລີງ (Monkey Pox) ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ ໂດຍສະເພາະແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ໂດຍມອບໃຫ້ແຕ່ລະແຂວງ, ນະຄອນຫລວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ ແລະ ກໍານົດທິດທາງການ

ກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບໃນການຮັບມືຖ້າມີກໍລະນີເກີດຂຶ້ນໃໝ່; ຊີ້ນຳໃຫ້ໂຮງໝໍແຂວງ, ເມືອງ ແລະ ສະຖານທີ່ບໍລິການສາທາລະນະສຸກລວມທັງຫ້ອງກວດພະຍາດເອກະຊົນ ທຸກຂັ້ນ ເພີ່ມທະວີຄວາມເອົາໃຈ ເຝົ້າລະວັງໝວດອາການໄຂ້ ແລະ ອອກຕຸ່ມ, ຖ້າພົບກໍລະນີສົງໄສ ແມ່ນໃຫ້ລາຍງານ ແລະ ເກັບຕົວຢ່າງສົ່ງມາກວດຢັ້ງຢືນ ຢູ່ສູນວິເຄາະ ລະບາດວິທະຍາແຫ່ງຊາດ ຢ່າງຮີບດ່ວນທີ່ສຸດ; ກວດກາຄວາມພ້ອມດ້ານຫ້ອງວິເຄາະຂອງແຂວງ ແລະ ອຸປະກອນເກັບຕົວຢ່າງ ເພື່ອກວດວິເຄາະຢັ້ງຢືນ ແລະ ແຈ້ງຜົນການກວດການຕິດເຊື້ອພະຍາດໝາກສຸກລີງໃຫ້ໄດ້ໄວ ແລະ ຮັບປະກັນ ຄວາມຖືກຕ້ອງ; ກະກຽມຄວມພ້ອມ ແລະ ສະໜອງອຸປະກອນການປິ່ນປົວ, ການປ້ອງກັນຕົນເອງ ແລະ ການເກັບຕົວຢ່າງ ໂດຍ

ສະເພາະ ແຂວງທີ່ມີດ່ານສາກົນ ແລະ ແຂວງທີ່ມີຄວາມສ່ຽງ; ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາແກ່ ພໍ່ແມ່ປະຊາຊົນ ໃຫ້ທົ່ວເຖິງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ວິທີປ້ອງກັນໂຕເອງ ຈາກພະຍາດໝາກສຸກລີງ.

ສໍາລັບ ອາການຂອງພະຍາດຫມາກສຸກລີງ ມີຄື: ມີຕຸ່ມໃສຢູ່ຕາມໃບໜ້າ, ມື, ຕີນ, ຕົນໂຕ, ຕາ, ປາກ ຫລື ອະໄວຍະວະເພດ, ເຈັບຫົວ, ເປັນໄຂ້, ຕ່ອມນ້ໍາເຫລືອງໃຫຍ່, ປວດກ້າມຊີ້ນ, ປວດຫລັງ ແລະ ອ່ອນເພຍ.

ການປ້ອງກັນຕົນເອງຈາກ ພະຍາດຫມາກສຸກລີງໂດຍ ຫລີກລ້ຽງການສໍາຜັດໃກ້ຊິດທາງຮ່າງກາຍ, ລວມທັງຫລີກລ້ຽງການມີເພດສໍາພັນກັບຜູ້ທີ່ຕິດເຊື້ອ, ລ້າງມືໃສ່ສະບູ ຫລື ເຈວແອວກໍຮໍ, ພະຍາດໝາກສຸກລີງ ຕິດໄດ້ຈາກການສໍາຜັດໃກ້ຊິດກັບຜູ້ທີ່ມີ ອາການ, ການສໍາຜັດລະຫວ່າງຜິວໜັງ, ການສໍາຜັດລະຫວ່າງປາກກັບ ຜິວໜັງ, ສໍາຜັດຜ້າປູບ່ອນ, ຜ້າເຊັດໂຕ, ເສື້ອຜ້າ ແລະ ເຄື່ອງໃຊ້ທີ່ມີເຊື້ອພະຍາດ.

#ຂໍ້ມູນຈາກ: ກະຊວງສາທາລະນະສຸກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version