Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

0

ໂດຍຕອບສະໜອງຕາມການເຊື້ອເຊີນຈາກ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາຄວາມເປັນສູນກາງແຫ່ງການຈະເລີນເຕີບໂຕອັນໃໝ່”, ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫຼາຍຢ່າງ ເພາະແມ່ນປີແຫ່ງການສະເຫຼີມສະຫຼອງງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫຼີມສະຫຼອງ ຂໍ້ລິເລີ່ມ ໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 ປີ; ທັງເປັນປີທໍາອິດຂອງການຍົກລະດັບການເຈລະຈາ ເຂດການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.

ນັບຕັ້ງແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ບໍ່ພຽງແຕ່ເປັນກົນໄກໜຶ່ງ ທີ່ຈັດຂຶ້ນເປັນປະຈໍາທຸກປີ ທີ່ມີຄວາມສໍາຄັນຕໍ່ພາກທຸລະກິດລະຫວ່າງ ອາຊຽນ -ຈີນ ເທົ່ານັ້ນ ແຕ່ຍັງເປັນເວທີ ເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ເພື່ອສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນ ກໍຍັງເປັນການແລກປ່ຽນ ທາງດ້ານວັດທະນະທໍາ-ສັງຄົມ, ການ ທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງພາກພື້ນ ໃຫ້ນັບມື້ເພີ່ມທະວີຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວເປີດພິທີງານວາງສະແດງຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນສໍາຄັນ ຕໍ່ທິດທາງການຮ່ວມມື ລະຫວ່າງ ຈີນ ແລະ ອາຊຽນ ໃຫ້ມີຄວາມສະໜິດສະໜົມ ຮັກ ແພງຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຍາວນານ, ເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ, ກໍຄືລະບົບ ແລະ ປັດໄຈການຜະລິດ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງງານວາງສະແດງສິນ ຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນໄລຍະ 19 ປີ ຜ່ານມາ, ລວມທັງ ການພົວພັນຮ່ວມມືລະຫວ່າງ ອາຊຽນ-ຈີນ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ ອາຊຽນ ໄດ້ປະເຊີນກັບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນ ການແຜ່ລະບາດພະຍາດໂຄວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຢ່າງທັນການ, ພ້ອມທັງ ໄດ້ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດເຊື່ອມໂຍງພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອສ້າງໃຫ້ມີຄວາມກົມກຽວ, ບໍ່ວ່າຈະເປັນການຈັດຕັ້ງປະຕິບັດຖະແຫຼງການຮ່ວມອາຊຽນ-ຈີນ ກ່ຽວກັບການເຊື່ອມສານແຜນແມ່ບົດ ວ່າດ້ວຍການເຊື່ອມຈອດ ອາຊຽນ 2025; ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ຂອບການຟື້ນຟູຮອບດ້ານອາຊຽນ, ສັນຍາເສດຖະກິດຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນປີ 2022 ຜ່ານມາ. ພ້ອມດຽວກັນ, ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ນອກຈາກເຂົ້າຮ່ວມພີທີເປີດງານດັ່ງກ່າວແລ້ວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຊົມບັນດາຫ້າງຮ້ານຂາຍສິນຄ້າ ຈາກຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ນໍາມາວາງສະແດງໃນງານເທື່ອນີ້ ລວມທັງ ຫ້າງຮ້ານທີ່ມີຫຼາກຫຼາຍຜະລິດຕະພັນຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເຊັນສັນຍາລະຫວ່າງ ບໍລິສັດລັດລວມສູນຜະລິດຕະພັນສິນຄ້າກະສິກໍາ ກັບກຸ່ມບໍລິສັດຢຸນນານຮົວມານຊຽງ ພັດທະນາກະສິກໍາ, ກຸ່ມບໍລິສັດກວາງຊີຈີນຊູຍກະສິກໍາ, ກຸ່ມບໍລິສັດຈົງອີ ລົງທຶນສາກົນ; ເຂົ້າຮ່ວມພິທີເປີດຫໍວາງສະແດງສິນຄ້າຂອງລາວ; ເຂົ້າຮ່ວມ ແລະ ມີຄໍາເຫັນກ່າວປາໄສ ຕໍ່ກອງປະຊຸມຜູ້ນໍາທຸລະກິດອາຊຽນ-ຈີນ; ພ້ອມທັງ ໄດ້ພົບປະກັບທ່ານປະທານ ບໍລິສັດ China Communications Construction ແລະ ທ່ານ ກາວ ກິມ ຮຸນ, ເລຂາທິການໃຫຍ່ອາຊຽນ ເພື່ອແລກປ່ຽນບາງບັນຫາທີ່ມີຄວາມສົນໃຈຮ່ວມກັນ ຕື່ມອີກ.

ຂ່າວ;ພາບ: ກົມປະຊາສຳພັນ ສຫນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version