Home ແຈ້ງການສໍາຄັນ ພະຍາກອນອາກາດ ວັນທີ 15 ກັນຍາ 2023

ພະຍາກອນອາກາດ ວັນທີ 15 ກັນຍາ 2023

0

ພະຍາກອນອາກາດ ປະຈໍາວັນທີ 15 ກັນຍາ 2023, ເນືື່ອງຈາກວ່າຮ່ອງ ຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ເຂດ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບປານກາງ ຫາ ຕົກໜັກຢູ່ແຂວງພາກກາງ ລົງຫາ ພາກໃຕ້ ແລະ ຍັງຈະເຮັດໃຫ້ ລະດັບແມ່ນໍ້າສາຂາ ໂດຍສະເພາະລະດັບນໍ້າຢູ່ຂົວເຊບັັ້ງໄຟ (ເຊບັັ້ງໄຟ) ແລະ ລະດັບນໍ້າເຊຈໍາພອນ ຍັງຈະສືບຕໍ່ເພີ່ມຂຶ້ນ.

ດັັ່ງນັັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນ ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັັ້ງໄຟ ແລະ ເຊຈໍາພອນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມອັັ່ງ ເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໃຫ້ຕິດຕາມການລາຍງານຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

ສໍາລັບນະຄອນຫລວງວຽງຈັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-31 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version