Monday, April 21, 2025
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 11 ກັນຍາ 2023

ພະຍາກອນອາກາດ ວັນທີ 11 ກັນຍາ 2023

ພະຍາກອນອາກາດ ປະຈໍາວັນທີ 11 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕໍ່າໄດ້ສືບຕໍ່ພາດຜ່ານພາກກາງຂອງປະເທດລາວ ແລະ ສົມທົບ ກັບກະແສລົມມລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກາລັງແຮງເພີ່ມຂຶ້ນ ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້.

ສໍາລັບລະດັບນໍ້າຢູ່ສະຖານີແກ້ງກອກ (ນໍ້າເຊຈໍາພອນ) ເມືອງຈໍາພອນ ແຂວງສະຫວັນນະເຂດ ຍັງຢູ່ໃກ້ເຂດອັນຕະລາຍ (ເຂດອັນຕະລາຍ ຫລືເຂດຖ້ວມ ແມ່ນ 8.00 ແມັດ). ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ລຽບ ຕາມແມ່ນໍ້າເຊຈໍາພອນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບນໍ້າຖ້ວມ ພ້ອມທັງໃຫ້ສືບຕໍ່ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ ບ່ອນທີ່ປອດໄພ.

ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 24-32 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments