Home ບຸນປະເພນີ ມີແລ້ວ 21 ລຳ ແຈ້ງເຂົ້າຮ່ວມຊີງໄຊ ງານແຂ່ງຂັນຊ່ວງເຮືອ ບຸນຫໍ່ເຂົ້າປະດັບດິນ ປະຈຳປີ 2023 ທີ່ແຂວງຫຼວງພະບາງ

ມີແລ້ວ 21 ລຳ ແຈ້ງເຂົ້າຮ່ວມຊີງໄຊ ງານແຂ່ງຂັນຊ່ວງເຮືອ ບຸນຫໍ່ເຂົ້າປະດັບດິນ ປະຈຳປີ 2023 ທີ່ແຂວງຫຼວງພະບາງ

0

ນັບມາຮອດປັດຈຸບັນມີເຮືອແລ້ວເຖິງ 21 ລຳ ແຈ້ງເຂົ້າຮ່ວມຊີງໄຊຄວາມເປັນໜຶ່ງໃນງານແຂ່ງຂັນຊ່ວງເຮືອ ໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ແຂວງຫຼວງພບາງ ແລະ ອີກສອງລຳພວມລໍຖ້າການຢືນຢັນອີກເທື່ອໜຶ່ງວ່າຈະເຂົ້າຮ່ວມ ຫຼື ບໍ່? ຊຶ່ງໃນປີນີ້ທາງຄະນະຮັບຜິດຊອບຈັດງານ ໄດ້ເນັ້ນເອົາສະເພາະເຮືອພາຍໃນແຂວງເທົ່ານັ້ນ ສ່ວນເຮືອຕ່າງແຂວງ ແລະ ຕ່າງປະເທດ ນັກລ່າເງິນລາງວັນໝົດສິດ.

ສຳລັບເຮືອທີ່ໄດ້ຮັບການຢັ້ງຢືນແຈ້ງເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ ປະກອບມີ ນາວາປາກເຊືອງ ບ້ານປາກເຊືອງ, ແຊ໋ມທະລຸຟ້າ ບ້ານດອນ, ນາວາປາກຄານ ບ້ານໂພນສະອາດ, ເທບທິດານາຄີ ບ້ານພັນຫຼວງ, ວັດຫາດຮ່ຽນ ບ້ານຫາດຮ່ຽນ, ວັດອາໄພ ບ້ານອາໄພ, ວັດຊຽງທອງ ບ້ານຊຽງທອງຄີລີ, ວັດໃໝ່ ສຸວັນນະພູມາຣາມ ບ້ານປ່າຂາມ, ວັດນູນສະຫວາດ ບ້ານນູນສະຫວາດ, ນາງກອງມະນີ ບ້ານທາດຫຼວງ, ບ້ານຄອຍ, ລາວແກ໊ດ ບ້ານສັງຄະໂລກ, ນາງເກດແກ້ວມະນີຊົມ ບ້ານຖິ່ນຊົມ, ບ້ານເມືອງຂາຍ, ນາງສຸກາລີນາຄາ ບ້ານຄົກມັນ, ນາວາຜານາກ ເມືອງປາກອູ, ບ້ານຊ່າງໄຫ, ເມືອງຈອມເພັດ, ເມືອງຊຽງເງິນ, ບ້ານຊຽງລ້ອມ ແລະ ບ້ານສະເລື່ອນ. ສ່ວນອີກສອງລຳຍັງບໍ່ແນ່ນອນ ແມ່ນເມືອງໂພນທອງ ບໍລິສັດ ເຄວາຍ ບຸບຜາ ແລະ ເມືອງໂພນໄຊ.

ຢ່າງໃດກໍຕາມ, ກ່ອນໜ້ານີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ກໍໄດ້ຖະແຫຼງຂ່າວກ່ຽວກັບການກຽມຄວາມພ້ອມຈັດງານບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ 2023 ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ ທີ່ເຄີຍສືບທອດກັນມາແຕ່ເຫິງນານ ເປັນປາງບຸນໃຫຍ່ຂອງຊາວນະຄອນຫຼວງພະບາງ ຊຶ່ງປີນີ້ຈະໄດ້ຈັດເຕັມຮູບແບບ ໂດຍເນັ້ນເຖິງຄວາມເປັນວັດທະນະທຳ ແລະ ໄດ້ອອກແຈ້ງເຊີນໃຫ້ຄະນະຮັບຜິດຊອບເຮືອຊ່ວງປະເພນີຢູ່ພາຍໃນແຂວງຫຼວງພະບາງເຂົ້າຮ່ວມແຂ່ງຂັນ. ຊຶ່ງໃນປັດຈຸບັນການກະກຽມວຽກງານແຕ່ລະດ້ານ ໄດ້ຕິດພັນກັບການສ້າງຂະບວນການ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ນັກທ່ອງທ່ຽວໄດ້ປະທັບໃຈ ເປັນຕົ້ນແມ່ນຂະບວນການອອກແຮງງານ, ປະດັບປະດາຕົວເມືອງ, ສະຖານທີ່ທ່ອງທ່ຽວ, ກວດກາຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ, ແຄມນໍ້າຄານ (ສະຖານທີ່ຊ່ວງເຮືອ), ຄວບຄຸມການຂາຍເຄື່ອງຊະຊາຍຕາມແຄມທາງ. ສ່ວນວຽກງານປ້ອງກັນຄວາມສະຫງົບນັ້ນ ເຈົ້າໜ້າທີ່ໄດ້ມີການແບ່ງວຽກກັນຢ່າງລະອຽດ ເພື່ອຮັກສາຄວາມສະຫງົບ-ປອດໄພໃນທຸກສະຖານທີ່ຢ່າງເຂັ້ມງວດ.

ທ່ານ ວຽງທອງ ຫັດສະຈັນ ກ່າວຕື່ມວ່າ: ສໍາລັບຄວາມໝາຍຄວາມສໍາຄັນຂອງບຸນຫໍ່ເຂົ້າປະດັບດິນ ແມ່ນຕິດພັນກັບຄວາມເຊື່ອຖືຂອງຊາວພຸດ ໃນການເຮັດສິນກິນທານໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ອີກຄວາມໝາຍໜຶ່ງ ໄລຍະນີ້ເປັນລະດູຝົນແມ່ນໍ້າຫຼາຍສາຍມີຄວາມອຸດົມສົມບູນ. ສະນັ້ນ, ພາຍຫຼັງສຳເລັດການປັກດຳນາປີໃນລະດູຝົນແລ້ວ ປະຊາຊົນບັນດາເຜົ່າໄດ້ນຳເອົາຜົນຜະລິດມາລົງລາດ ໃນງານໂລະລາດ ແລະ ໄດ້ເຕົ້າໂຮມນຳເອົາເຮືອຊ່ວງມາເຂົ້າຮ່ວມແຂ່ງຂັນດ້ານພະລະກຳລັງ ແລະ ຄວາມພ້ອມພຽງສາມັກຄີ ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ປົກປັກຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ, ອັນເປັນປະເພນີທີ່ຊາວຫຼວງພະບາງສືບທອດກັນມາຈົນເຖິງປັດຈຸບັນ.

ໂອກາດນີ້, ທ່ານເຈົ້ານະຄອນຫຼວງພະບາງ ຍັງໄດ້ເຊີນຊວນແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ໂດຍສະເພາະໄລຍະຈັດງານບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອເດືອນເກົ້າ ຊຶ່ງຈະມີກິດຈະກຳເລີ່ມແຕ່ວັນທີ່ 5-14 ກັນຍາ 2023 ເປັນຕົ້ນໄປ ຮັບຮອງວ່າທ່ານຈະໄດ້ຮັບຄວາມປະທັບໃຈທີ່ໄດ້ສຳຜັດກັບວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ສືບທອດກັນມາແຕ່ບູຮານນະການ ດັ່ງຄຳເວົ້າທີ່ວ່າ: “ຫຼວງພະບາງ ຄວາມປະທັບໃຈ ທີ່ບໍ່ມີວັນສິ້ນສຸດ”. ສະນັ້ນ, ຂໍຮຽກຮ້ອງເຖິງພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດ ແລະ ຜູ້ບໍລິຫານຈັດການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຫື່ອແຮງ ແລະ ວັດຖຸປັດໄຈເຂົ້າໃນການຈັດງານບຸນຫໍ່ເຂົ້າປະດັບດິນໃນຄັ້ງນີ້ໃຫ້ປະສົບຜົນສຳເລັດອັນຈົບງາມ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບເຮືອຈາກ: Houmphet MANISOUK

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version