Home ຂ່າວພາຍໃນ ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ລາວ

ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ລາວ

0

ບັນ​ຫາ​ລະ​ເບີດ​ບໍ່​ທັນ​ແຕກ​ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ທັງ​ເປັນ​ສິ່ງກີດ​ຂວາງຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ໃນ​ ສ​ປ​ປ ລາວ ຊຶ່ງ​ໃນ​ແຕ່​ລະ​ປີໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ່ມ​ຂຶ້ນ​ໂດຍ​ສະ​ເພາະ ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.

ທ່ານ ປີ​ເຕີ ເຮ​ມ໋ອນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ປະ​ຈຳ ສ​ປ​ປ ລາວ ໄດ້​ໃຫ້​ສຳ​ພາດ​ຕໍ່​ໜັງ​ສື​ພິມ​ປະ​ຊາ​ຊົນ ເມື່ອ​ບໍ່​ດົນ​ມາ​ນີ້ ​ວ່າ: ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ຫຼາຍ​ຂະ​ແໜງ​ການ, ໃນ​ນັ້ນຫຼາຍກວ່າ​ໝູ່​ແມ່ນ​ການ​ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ (ລບ​ຕ) ແລະ ການ​ຊ່ວຍ​ເຫຼືອ​ນັ້ນ​ກໍ​ໄດ້​ເພີ່ມ​ຂຶ້ນ​ 2-3 ເທົ່າ, ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ ຫຼື ນັບ​ແຕ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ​ ໂອ​ບາ​ມາ ມາ​ຢ້ຽມ​ຢາມ ສ​ປ​ປ ລາວ, ຈົນ​ມາ​ຮອດ​ປັດ​ຈຸ​ບັນ, ໃນ​ຂະ​ນະ​ດຽວ​ກັນ​ ​ໃນ 5 ປີ​ທີ່​ຜ່ານ​ມາ ຈຳ​ນວນ​ໜຶ່ງ​ຂອງທຶນ​ຊ່ວຍ​ເຫຼືອ​ກໍ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ສຳຫຼວດ ເນື້ອ​ທີ່​ບາງ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ, ເປົ້າ​ໝາຍ​ຂອງ​ການ​ສຳຫຼວດ​ກໍເພື່ອ​ໃຫ້​ຮູ້​ຈະ​ແຈ້ງວ່າ ບ່ອນ​ໃດ​ທີ່​ຍັງ​ມີ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼາຍກວ່າ​ໝູ່ ແລະ ເຂດ​ໃດ​ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຫຼື ເປັນ​ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ ຈະ​ຕ້ອງ​ເນັ້ນ​ໃສ່​ການ​ເກັບ​ກູ້​ລະ​ເບີ​ດ​ບໍ່​ທັນ​ແຕກ ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເກັບ​ກູ້ ແທນ​ທີ່​ຈະ​ເດີນ​ເກັບ​ກູ້​ແບບ​ບໍ່​ໄດ້​ກະ​ກຽມ ຫຼື ບໍ່​ໄດ້ສຳຫຼວດກ່ອນ, ມາ​ຮອດ​ປັດ​ຈຸ​ບັນ ການ​ສຳຫຼວດ​ໃກ້​ຈະ​ສຳ​ເລັດ​ໃນ 6 ແຂວງ​ເປົ້າ​ໝາຍ ແລະ ຄາດ​ວ່າ ໃນ​ທ້າຍ​ປີ​ນີ້ ຈະ​ເພີ່ມ​ຈຳ​ນວນ​ທີມ​ງານ ເພີ່ມ​ຈຳ​ນວນ​ຄົນຂຶ້ນ 2 ເທົ່າ ເພື່ອ​ລົງ​ໄປ​ເກັບ​ກູ້​ລະ​ເບີດ​​ບໍ່​ທັນ​ແຕກ​ຢູ່​ເຂດ​ເປົ້າ​ໝາຍ.

ທ່ານ ທູດ​ສະ​ຫະ​ລັດ ປະ​ຈຳ ສ​ປ​ປ ລາວ ກ່າວ​ອີກວ່າ: ເປັນ​ທີ່​ໜ້າ​ພູມ​ໃຈ​ທີ່​ການເກັບ​ກູ້​ລະ​ເບີດ​ມີ​ຄວາມ​ຄືບ​ໜ້າ ຊຶ່ງ 20-30 ປີ​ກ່ອນ​ໜ້າ​ນີ້, ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ຈາກ​ລະ​ເບີດ​ຕົກ​ຄ້າງ​ຢູ່ ສ​ປ ລາວ ນັບ​ພັນ​ຄົນ​ຕໍ່​ປີ ແລະ 15 ປີ​ກ່ອນ​ໜ້າ​ນີ້ ກໍມີ​ຄົນ​ໄດ້​ຮັບ​ບາດ​ເຈັບ 300 ກວ່າ​ຄົນ​ຕໍ່​ປີ, ໄລ​ຍະ 2-3 ປີ​ມາ​ນີ້ ຫຼຸດ​ລົງ ເຫຼືອປະ​ມານ 40-50 ຄົນ​ຕໍ່​ປີ ເຖິງວ່າ​ຕົວ​ເລກ​ຍັງ​ສູງ ແຕ່​ກໍຫຼຸດ​ລົງ​ໃນ​ແຕ່​ລະ​ປີ.

ສຳ​ລັບ​ໃນ​ອະ​ນາ​ຄົດ, ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ລາວ ລວ​ມ​ທັງ​ຄູ່​ຮ່ວມ​ພັດ​ທະ​ນາ​ອື່ນໆ ທັງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​​ເຮັດ​ແນວ​ໃດ​ບັນ​ຫາລະ​ເບີດ​ບໍ່​ທັນ​ແຕກ ຈະ​ບໍ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ​ ອີກ​ຕໍ່​ໄປ, ນີ້​ແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ.

ຂ່າວ: ຄ. ຄຳ​ປະ​ສິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version