Home ແຈ້ງການສໍາຄັນ ແຈ້ງ! ໃຫ້ພົນລະເມືອງ 48 ບ້ານຂອບ ເຂດ ມ.ໄຊເສດຖາ, ນວ ບໍລິການກວດເຊັກສຸຂະພາບ

ແຈ້ງ! ໃຫ້ພົນລະເມືອງ 48 ບ້ານຂອບ ເຂດ ມ.ໄຊເສດຖາ, ນວ ບໍລິການກວດເຊັກສຸຂະພາບ

0

ສາທາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຈ້ງ! ໃຫ້ພົນລະເມືອງ 48 ບ້ານຂອບ ເຂດ ມ.ໄຊເສດຖາ, ນວ ຜູ້ທີ່ປະສົງຢາກກວດພະຍາດຊຳເຮື້ອ 05 ອາການ ຫຼື ອື່ນໆ ຊາບວ່າ:

ໂຮງໝໍຊຸມຊົນເມືອງ ໄຊເສດຖາ ຮ່ວມກັບຊ່ຽວຊານມະຫາວິທະຍາໄລສຸຂະພາບ ຈະໄດ້ກວດ-ປິ່ນປົວ ພະຍາດປະດົງຂໍ້, ໄຂ່ຫຼັງ, ຫົວໃຈ, ເສັ້ນເລືອດ, ເບົາຫວານ ແລະ ອື່ນໆ ທຸກວັນພະຫັດ ເວລາ 08:00-12:00 ໂມງ; ນອກຈາກ 05 ພະຍາດຊຳເຮື້ອນີ້ແລ້ວ, ໂຮງ ໝໍແຫ່ງນີ້ຍັງບໍລິການກວດເຊັກສຸຂະພາບຕື່ມອີກເດີ ແຕ່ວັນຈັນ-ວັນສຸກ.

– ກະລຸນາ ຢ່າລືມ ແລະ ຢ່າພາດ ຖ້າພາດ ກໍ່ອາດເຮັດໃຫ້ສຸຂະພາບ ເຂົ້າສູ່ອຳມະພຶກ – ອຳມະພາດໄດ້, ຄວນດູແລຮັກສາໃຫ້ດີ; “ສຸຂະພາບດີ ເປັນໂຊກລາບອັນປະເສີດ” ແລະ ອາດຫຼາຍກ່ວາຮັບກອງມະຫາກັນຖິນ.

– ລະອຽດຕິດຕາມ ຫຼື ຕິດຕໍ່ກັບພາກສ່ວນກ່ຽວຂ້ອງໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version