Home ຂ່າວດ່ວນ ຜູ້ປະສົບໄພນໍ້າຖ້ວມ 2 ບ້ານຢູ່ເມືອງປາກກະດິງ ໄດ້ຮັບເຄື່ອງຊ່ວຍເຫລືອ

ຜູ້ປະສົບໄພນໍ້າຖ້ວມ 2 ບ້ານຢູ່ເມືອງປາກກະດິງ ໄດ້ຮັບເຄື່ອງຊ່ວຍເຫລືອ

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 20 ສິງຫາ 2023 ນີ້, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ຮ່ວມກັບອົງການກາແດງແຂວງບໍລິຄຳໄຊ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ນໍ້າດື່ມ, ໜີ່ສຳເລັດຮູບ, ປ່ອງປາ ລວມມູນຄ່າ 20 ລ້ານກວ່າ ກວ່າກີບ ໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 2 ບ້ານຄື: ບ້ານນາເຄືອນອກ 31 ຄອບຄົວ ແລະ ບ້ານນໍ້າຄູ້ 37 ຄອບຄົວ ໂດຍມີ ທ່ານ ທອງແດງ ຍັນວິໄລ ປະທານກວດກາພັກເມືອງປາກກະດິງ, ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ, ມີອຳນາດການປົກຄອງບ້ານ ແລະ ປະຊາ ຊົນ ເຂົ້າຮ່ວມ.

ທ່ານ ສິງ ເມໂນລາດ ໄດ້ໃຫ້ຮູ້ວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້, ເປັນຄັ້ງທີ 2 ໂດຍໄດ້ມາຈາກຫລາຍພາກສ່ວນ ເປັນຕົ້ນ ນຈາກພາກທຸລະກິດ,ບຸກຄົນ-ນິຕິບຸກຄົນ ຈາກພາຍໃນ ແລະ ຕ່າງປະເທດ ປະກອບສ່ວນສົມທົບທຶນ ໃຫ້ອົງການກາແດງແຫ່ງຊາດລາວ ນຳມາມອບໃຫ້ຄອບຄົວທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດທາງທຳມາຊາດ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ປປະຊາຊົນຈົ່ງໄດ້ຕື່ນຕົວເປັນເຈົ້າການ ປະຕິບັດສຸຂະອານາໄມ ຢູ່ສະອາດ, ກິນສະອາດ ເພື່ອຫລີກລ່ຽງພະຍາດທີ່ອາດຈະເກີດຂຶ້ນພາຍຫລັງນໍ້າຫລຸດລົງ, ມີຄວາມສາມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນ.

ໂອກາດນີ້, ທ່ານ ທອງແດງ ຍັນວິໄລ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງປາກກະດິງ,ອຳນາດການປົກຄອງຂັ້ນບ້ານ ສະແດງຄວາມຂອບໃຈ ມາຍັງອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງບໍລິຄຳໄຊ ທີ່ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ປະຊາຊົນ 2 ບ້ານດັ່ງກ່າວ,ນອກຈາກເປັນການບັນເທົາທຸກໃນເບື້ອງຕົ້ນແລ້ວ, ຍັງເປັນການສ້າງກຳລັງກາຍ ກຳລັງໃຈໃຫ້ປະຊາຊົນຕື່ມອີກ.

ຂ່າວ-ພາບ: ສາຍສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version