Home ຂ່າວກິລາ ປ່ຽນໃຈບໍ່ລໍຖ້າແລ້ວ ! ມາດຣິດ ທຸ່ມງົບຄວ້າ ເອັມບັບເປ ກ່ອນປິດຕະຫຼາດ

ປ່ຽນໃຈບໍ່ລໍຖ້າແລ້ວ ! ມາດຣິດ ທຸ່ມງົບຄວ້າ ເອັມບັບເປ ກ່ອນປິດຕະຫຼາດ

0

ສື່ເຢຍລະມັນ ລະບຸວ່າ ຣິວ ມາດຣິດ ປ່ຽນໃຈພ້ອມຄວ້າ ຄີລຽນ ເອັມບັບເປ ສູນໜ້າທີມ ປາຣີ ແຊງ-ແຊກແມງ ມາຮ່ວມທີມທັນທີໃນລະດູຮ້ອນນີ້ ໂດຍກຽມສະເໜີເງິນ 103 ລ້ານປອນ ເຊັນສັນຍາກັບເປົ້າໝາຍຄົນສໍາຄັນກ່ອນປິດຄະຫຼາດ.

ເອັມບັບເປ ຖືກລະບຸວ່າມີແຜນຍ້າຍໄປຄ້າຝີຕີນກັບ ຣິວ ມາດຣິດ ແບບບໍ່ມີຄ່າຕົວໃນລະດູຮ້ອນໜ້າ ຈຶ່ງເຮັດໃຫ້ເຂົາໝາງເມີນຕໍ່ສັນຍາກັບ PSG ແລະ ຖືກຕົ້ນສັງກັດຕັດອອກຈາກການແຂ່ງຂັນຮອບກ່ອນລະດູການທີ່ອາຊີ ພ້ອມປະກາດແຊ່ແຂງເຂົາທັງລະດູການດ້ວຍ ຫາກດາວຍິງທີມຊາດຝຣັ່ງບໍ່ຕໍ່ສັນຍາໃໝ່.

ກ່ອນໜ້ານີ້ ເອັມບັບເປ ປະຕິເສດຍ້າຍໄປຮ່ວມທີມ ອັນ ຮິລລາວ ມາແລ້ວ ຫຼັງຈາກແຊັມລີກ 1 ຕອບຮັບຂໍ້ສະເໜີ 259 ລ້ານປອນ ເຊິ່ງເປັນຄ່າຕົວສະຖິຕິໂລກທີ່ຂາຍກອງໜ້າຄົນເກັ່ງໃຫ້ກັບທີມຈາກ ຊາອຸດິ ອາຣາເບຍ ເນື່ອງຈາກພວກເຂົາບໍ່ຕ້ອງການທີ່ຈະສູນເສຍດາວດັງໂດຍທີ່ບໍ່ໄດ້ຮັບເງິນຕອບແທນເລີຍແມ່ນແຕ່ປອນດຽວ ແລະ ສົ່ງຜົນໃຫ້ກອງໜ້າຄົນເກັ່ງບໍ່ໄດ້ລົງຫຼິ້ນໃນເກມເປີດລະດູການ ເຊິ່ງທີມເງິນຫຼາຍ ເຮັດໄດ້ພຽງແຕ່ເປີດຖິ່ນສະເໝີກັບ ລີເວີພູ 0-0.

ຢ່າງໃດກໍຕາມ, ຫຼັງຈາກຈົບເກມດັ່ງກ່າວ ລາຍງານເປີດເຜີຍວ່າ ເອັມບັບເປ ໄດ້ສະສາງບັນຫາກັບສະໂມສອນໄດ້ແລ້ວ ໂດຍເຂົາພ້ອມຕໍ່ສັນຍາໃໝ່ ເຊິ່ງຈະເຮັດໃຫ້ຜູ້ກ່ຽວໄດ້ກັບມາລົງສະຫນາມ ແລະ ຈະຍ້າຍທີມແບບມີຄ່າຕົວຕາມທີ່ PSG ຕ້ອງການ

ດ້ວຍເຫດນີ້ ກອງໜ້າຊາວຝຣັ່ງຈຶ່ງໄດ້ລົງຫຼິ້ນເປັນຕົວສໍາຮອງໃນຕົ້ນເຄິ່ງເວລາທີ 2 ແທນ ອີ ຄັງ ອິນ ໃນເກມລີກນັດບຸກໄປສະເໝີກັບ ຕູລຸສ 1-1 ເມື່ອວັນເສົາທີ່ຜ່ານມາ ໂດຍ ເອັມບັບເປ ຍິງຈຸດໂທດໃຫ້ກັບທີມອອກໄປຢາມໃນນາທີ 62 ແຕ່ມາຖືກເຈົ້າພາບແບ່ງແຕ້ມໄດ້ໃນໄລຍະ 3 ນາທີສຸດທ້າຍ.

ຈົນຫຼ້າສຸດ ເມື່ອວັນທີ 20 ສິງຫາ Bild ອ້າງວ່າ ຣິວ ມາດຣິດ ຕັດສິນໃຈບໍ່ລໍຖ້າດຶງຕົວ ເອັມບັບເປ ໃນລະດູຮ້ອນໜ້າແລ້ວ ໂດຍກຽມຄວັກກະເປົ໋າດຶງເຂົາເຂົ້າມາແທນ ຄາຣິມ ເບນເຊມາ ທີ່ຍ້າຍໄປຄ້າຝີຕີນກັບ ອັລ ອິຕິຮັດ ກ່ອນຕະຫຼາດປິດໃນລະດູຮ້ອນນີ້.

ສື່ດັງກ່າວ ກ່າວເພີ່ມວ່າ ທີມຈາກລາລີກາ ຕັດສິນໃຈຄວ້າ ເອັມບັບເປ ທັນທີ ເນື່ອງຈາກຢ້ານວ່າເປົ້າໝາຍຂອງສະໂມສອນລົງນາມໃນສັນຍາກັບ PSG ເຂົາຈະຖືກຕັ້ງຂໍ້ຍົກເລີກສັນຍາຢ່າງມະຫາສານຈົນຍາກແກ່ການດຶງຕົວມາຮ່ວມທີມໃນລະດູຮ້ອນຕໍ່ໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version