Home ຂ່າວດ່ວນ ເນື້ອທີ່ນາ ຂອງປະຊາຊົນ ເມືອງວິລະບູລີ ຖືກນໍ້າຖ້ວມທັງໝົດ 791,7 ເຮັກຕາ

ເນື້ອທີ່ນາ ຂອງປະຊາຊົນ ເມືອງວິລະບູລີ ຖືກນໍ້າຖ້ວມທັງໝົດ 791,7 ເຮັກຕາ

0

ແຫລ່ງຂ່າວຈາກ ເມືອງວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 10-15 ສິງຫາ 2023 ຢູ່ເມືອງວິລະບູລີ ໄດ້ມີພະຍຸພັດເຂົ້າ ແລະຝົນຕົກແຮງ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າລໍາເຊ ຫລາຍສາຍເພີ່ມຂຶ້ນສູງ ແລະໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ, ຖ້ວມບ້ານເຮືອນຂອງປະຊາຊົນ ແລະລະບົບພື້ນຖານໂຄງລ່າງຂອງ ເມືອງວິລະບູລີ ຈຳນວນບໍ່ໜ້ອຍ. ຜ່ານການຕິດຕາມ, ກວດກາ ແລະການເກັບກໍາຂໍ້ມູນ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ສາມາດສັງລວມໄດ້ວ່າ: ທົ່ວເມືອງວິລະບູລີ ມີເນື້ອທີ່ຖືກນໍ້າຖ້ວມທັງໝົດ 791,7 ເຮັກຕາ ກວມເອົາ 14,66% ຂອງເນື້ອທີ່ປູກເຂົ້າທັງໝົດ 5.400 ເຮັກຕາ (ເສຍຫາຍຕົວຈິງ 347,5 ເຮັກຕາ ), ຖ້ວມໜອງປາ 87 ໜອງ ແລະ ເນື້ອທີ່ສວນມັນຕົ້ນ 16 ເຮັກຕາ ຢູ່ໃນ 6 ກຸ່ມບ້ານ, ມີ 33 ບ້ານ ໃນທົ່ວເມືອງ.

ສໍາລັບຜົນກະທົບຕໍ່ບ້ານ ແລະ ເຮືອນ ຂອງປະຊາຊົນ ແມ່ນປະກອບມີ 3 ບ້ານ, ມີ 192 ຫຼັງຄາເຮືອນ, ມີ 200 ຄອບຄົວ, ປະກອບມີ: ບ້ານນາຍົມ, ບ້ານທາດ ແລະ ບ້ານເລົ່າ-ທ່າ ແຕ່ບໍ່ໄດ້ຮັບຄວາມເສຍຫາຍເນື່ອງຈາກນໍ້າຖ້ວມສູງປະມານ 50 ຊັງຕີແມັດ ເທົ່ານັ້ນ. ນອກຈາກນີ້, ມີເສັ້ນທາງຕ່າງໆທີ່ນ້ຳໄດ້ຖ້ວມຂັງ ແລະ ເຊາະເຈື່ອນ ລວມມີ 11 ເສັ້ນ, ມີ 28 ຈຸດ ແລະ ດິນເຈື່ອນຖົມ 2 ຈຸດ ເປັນຕົ້ນແມ່ນເສັ້ນທາງ 28 A , ເສັ້ນທາງເລກ ທີ 10 ແລະ ເສັ້ນທາງລະຫວ່າງບ້ານ ຫາບ້ານ, ບ້ານຫາເມືອງ, ເຊິ່ງແຕ່ລະຈຸດ ແມ່ນບໍ່ສາມາດສັນຈອນໄປມາດ້ວຍລົດໄດ້, ແຕ່ມາຮອດວັນທີ 16 ສິງຫາ 2023 ລະດັບນໍ້າໃນແຕ່ລະຈຸດແມ່ນໄດ້ຫລຸດລົງ ແລະ ສາມາດແກ້ໄຂສັນຈອນໄປມາໄດ້ເກືອບທຸກຈຸດ. ສໍາລັບຜົນກະທົບທາງດ້ານລະບົບສໄຟຟ້າ ແມ່ນມີຢູ່ 2 ຈຸດ ຄື: ຕາຂ່າຍແຮງກາງ ແຕ່ເທສະບານເມືອງ ວິລະບຸລີ ຫາ ບ້ານນໍ້າປາເຄນ, ບ້ານຫ້ວຍຫອງ ມີເສົາໄຟຟ້າຫັກ 4 ຕົ້ນ ແລະ ລະບົບຕາຂ່າຍແຮງຕໍ່າ ເຂດບ້ານເລົ່າ-ທ່າ ມີເສົາໄຟຫຼັກ 3 ຕົ້ນ, ມາຮອດປັດຈຸບັນສາມາດແກ້ໄຂໄດ້ເປັນປົກກະຕິແລ້ວ.

ຕໍ່ກັບເຫດການດັ່ງກ່າວນັ້ນ, ທາງການນໍາຂອງເມືອງ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ເອົາໃຈໃນຢ່າງຕັ້ງໜ້າ ໃນການປະສານສົມທົບກັບທຸກພາກສ່ວນທົ່ວສັງຄົມ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ ໂດຍໄດ້ ມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ກຳລັງ ປກສ, ປກຊ ແລະອາສາສະໝັກຊາວໜຸ່ມລົງຊ່ວຍເຫລືອ, ເຄື່ອນຍ້າຍວັດຖຸອຸປະກອນ, ຊັບສິນ, ສັດລ້ຽງຕ່າງໆ ແລະ ໃຫ້ບໍລິການພໍ່ແມ່ປະຊາຊົນ ຢູ່ໃນເຂດທີ່ມີຜົນກະທົບຈາກໄພນໍ້າຖ້ວມ ໄດ້ທ່ວງທັນກັບສະພາບການ ແລະປອດໄພ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version