Sunday, September 29, 2024
Homeຂ່າວຕ່າງປະເທດສ.ອາເມລິກາ-ຍີ່ປຸ່ນ-ສ.ເກົາຫລີ ເພີ່ມການຮ່ວມມືຢ່າງເຂັ້ມແຂງ

ສ.ອາເມລິກາ-ຍີ່ປຸ່ນ-ສ.ເກົາຫລີ ເພີ່ມການຮ່ວມມືຢ່າງເຂັ້ມແຂງ

ຕາມ​ຂ່າວ​ຈາກ​ ວິທະຍຸ​ສາກົນ ຫວຽດນາມ,ວັນທີ 18 ສິງຫານີ້, ທ່ານ ​Joe Biden,ປະທາ ນາທິບໍດີ ສ.ອາ​ເມ​ລິ​ກາ ພ້ອມກັບ ຄູ່ຮ່ວມ ຕຳແໜ່ງ ສ.ເກົາຫລີ ທ່ານ Yoon Suk-yeol ແລະ ທ່ານ Fumio Kishida, ນາຍົກ ລັດຖະມົນຕີ ຍີ່ປຸ່ນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ສາມຝ່າຍ ຢູ່ຄ້າຍ David, ລັດ Maryland ຂອງ ສ.ອາເມລິກາ. ​ໂດຍ​​ເນື້ອ​ໃນ ຂອງກອງປະຊຸມ ​ແມ່ນຍົກລະດົມ ຄວາມ​ສຳພັນ ການຮ່ວມມື ລະຫວ່າງ ສ.ອາເມລິກາ-ຍີ່ປຸ່ນ-ສ.ເກົາຫລີ ຂຶ້ນສູ່ ລະດັບສູງໃໝ່.ຫລັງຈາກ​ ທ່ານ Antony Blinken, ລັດຖະມົນຕີ ກະຊວງ ການຕ່າງປະເທດ ສ.ອາເມລິກາ ​ໄດ້​ຖະ​ແຫລ​ງວ່າ: ບັນດາ ການນຳ ທັງ​ສາມ​ປະ​ເທດ ໄດ້ປຶກສາ ຫາລື ບັນດາ ບັນຫາ ໃຫ້ບຸລິມະສິດ ເຊິ່ງທັງສາມ ປະເທດ ລ້ວນແຕ່ ມີຄວາມສົນໃຈຄື ຄວາມໝັ້ນຄົງ ດ້ານເສດຖະກິດ, ເຕັກໂນໂລຊີ ຫາກໍ່ພົ້ນ ເດັ່ນຂຶ້ນ, ການໜູນຊ່ວຍ ດ້ານມະນຸດ ສະທຳ ແລະ ບັນດາ ໂຄງການ ພັດທະນາ ລວມທັງ​ ການ​ຮ່ວມ​ມື​ ດ້ານ​ອື່ນໆ​ອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments