Home ຂ່າວພາຍໃນ ສະຫະພັນນັກຮົບເກົ່າ ແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2023

ສະຫະພັນນັກຮົບເກົ່າ ແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2023

0

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2023 ນີ້ ສະຫະພັນນັກຮົບເກົ່າ ແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມສ່ອງແສງວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ 6 ເດືອນ ທ້າຍປີ 2023 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫວັນ ກໍາມະການຄະນະບໍລິຫານງານສະຫະພັນ ນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງ, ມີບັນດາທ່ານໃນຄະນະບໍລິຫານງານສະຫະພັນນັກຮົບ ເກົ່າແຂວງ ແລະ ຈາກສະຫະພັນນັກຮົບເກົ່າ, 14 ເມືອງ 1 ນະຄອນ, ພ້ອມດ້ວຍບັນດາຫົວໜ້າຂະແໜງ,ຮອງຂະແຫນງ ຕະຫຼອດຮອດພະນັກງານວິຊາການຈາກເມືອງ-ນະຄອນເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນເອກ ສຸລິວຽງ ຊ່ຽນສະຫວັນ ປະທານສະຫະພັນນັກຮົບເກົ່າແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ເນັ້ນໜັກໃຫ້ປະທານສະຫະພັນນັກຮົບເກົ່າ14 ເມືອງ ແລະ 1ນະຄອນ ເອົາໃຈໃສ່ຕໍ່ການສະຫຼຸບລາຍງານ,ການຈັດຕັ້ງປະຕິບັດວຽກງານຮອບດ້ານທີ່ເຫັນວ່າຍັງຄົງຄ້າງ ພ້ອມທັງຄໍາສະເໜີຢ່າງກົງໄປກົງມາຕໍ່ກອງປະຊຸມ,ເພື່ອຄົ້ນຄວ້າ ແລະ ແກ້ໄຂຢ່າງຖືກຕ້ອງ. ຈາກນັ້ນບັນດາສະຫາຍປະທານສະຫະພັນນັກຮົບເກົ່າ 14ຕົວເມືອງ ແລະ 1ນະຄອນ ໄດ້ຜັດປ່ຽນກັນສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2023 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ-ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ພ້ອມທັງຄໍາສະເໜີບາງຂໍ້ຕໍ່ທີ່ປະຊຸມ ເຊິ່ງປະກອບມີບາງບັນຫາເປັນຕົ້ນ:ການຈັດຕັ້ງປະຕິບັດວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສະມາຊິກສະຫະພັນນັກຮົບເກົ່າພາຍໃນເມືອງ ກໍ່ຄືບັນດາສະມາຊິກໃນກຸ່ມບ້ານຕ່າງໆ ຈໍານວນໜຶ່ງທີ່ຂື້ນກັບເມືອງ ຍັງມີຄວາມຫຍຸ້ງຍາກ,ຊັກຊ້າ ແລະ ແກ່ຍາວໃນການເກັບເງິນ ເວລາສະມາຊິກພາຍໃນເມືອງເສຍຊີວິດ,ການປະຕິບັດນະໂຍບາຍຕໍ່ນາຍທະຫານ-ນາຍຕໍາຫຼວດ ບໍານານ ເສຍຊີດິດຍັງບໍ່ມີຄວາມເປັນເອກະພາບ,ການຂະຫຍາຍສະມາຊິກກອງທຶນບາງເມືອງກໍ່ຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ສ່ວນຄໍາສະເໜີແມ່ນເລັ່ງໃຫ້ແກ້ໄຂ ການອອກບັດປະກັນສັງຄົມໃຫ້ບັນດານາຍທະຫານ-ນາຍຕໍາຫຼວດບໍານານຢ່າງຮີບດວນ ເພາະບັນຫາດັ່ງກ່າວໄດ້ແກ່ຍາວມາ ພາຍຫຼັງພະແນກແຮງງານ-ສະຫວັດດີການສັງຄົມແຂວງ ກໍ່ຄືກະຊວງ ໄດ້ໂອນບັນດານາຍທະຫານ-ນາຍຕໍາຫຼວດບໍານານ ມາຂື້ນກັບສາຍຕັ້ງຄືເກົ່າ ຈຶ່ງເຮັດໃຫ້ບັດປະກັນສັງຄົມໃນເມື່ອກ່ອນ ແມ່ນປະກັນສຸຂະພາບກັບໂຮງໝໍແຂວງ ດັ່ງນັ້ນເມື່ອຍ້າຍກັບມາຄືນ ການປະກັນສັງຄົມຈຶ່ງມາຂື້ນກັບໂຮງໝໍທະຫານກອງທັບ.ນອກຈາກນັ້ນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບລາຍງານພ້ອມທັງຍົກບັນດາໜ້າວຽກຂຶ້ນມາຄົ້ນຄວ້າປຶກສາຫາລືປະກອບຄໍາຄິດຄໍາເຫັນ ແລະ ຕົກລົງເຫັນດີເອກະພາບຮ່ວມກັນດັ່ງນີ້: 1. ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ຕໍ່ກົດລະບຽບກອງທຶນຊ່ວຍເຊິ່ງກັນ ແລະ ກັນຂອງສະຫະພັນນັກຮົບເກົ່າແຂວງ.

2. ກອງປະຊຸມໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນປັບປຸງໃສ່ຮ່າງກົດຫມາຍວ່າດ້ວຍສະຫະພັນນັກຮົບເກົ່າລາວ. 3. ກອງປະຊຸມໄດ້ຕົກລົງເປັນເອກະພາບ ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ທັນຕາມກໍານົດ ເວລາທີ່ວາງໄວ້. 4. ກອງປະຊຸມໄດ້ຮັບຟັງການແນະນໍາ, ຊີ້ແຈງແລກປ່ຽນຄໍາຄິດຄໍາເຫັນຕໍ່ຄໍາສະເຫນີຕາມຄໍາຖາມເຈາະຈີ້ມຂອງ ບັນດາຂະແຫນງການທີ່ກ່ຽວຂ້ອງ.

5. ກອງປະຊຸມໄດ້ເຫັນດີຮັບເອົາບາງຄໍາສະເຫນີຂອງສະຫະພັນນັກຮົບເກົ່າເມືອງ-ນະຄອນນໍາໄປຄົ້ນຄວ້າແກ້ໄຂໃນຕໍ່ຫນ້າ. ນອກນັ້ນຍັງໄດ້ຮັບຟັງການ ໂອ້ລົມຂອງ ທ່ານ ພັອ ສຸລິວຽງ ຊ່ຽນສະຫວັນ, ປະທານສະຫະພັນນັກຮົບເກົ່າແຂວງ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ສະຫະພັນນັກຮົບເກົ່າ 14 ເມືອງ 1 ນະຄອນ ທີ່ໄດ້ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງໃຫ້ປະທານສະຫະພັນນັກຮົບເກົ່າ14 ເມືອງ 1 ນະຄອນ ເອົາໃຈໃສຢ່າງ ໃນການເຄື່ອນໄຫວສຶກສາອົບຮົມການເມືອງ-ແນວຄິດ ແລະ ຊຸກຍູ້ການເຄື່ອນໄຫວປະຕິບັດສິດ,ໜ້າທີ່ ແລະ ພັນທະ ຂອງສະມາຊິກສະຫະພັນນັກຮົບເກົ່າໃຫ້ເປັນພົນລະເມືອງດີ, ສຶກສາອົບຮົມປະຊາຊົນບັນດາຊັ້ນຄົນຕ່າງໆ ຕື່ນຕົວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງຕັ້ງໜ້າ. ປຸກລະດົມສະມາຊິກສະຫະພັນນັກຮົບເກົ່າ,ຄອບຄົວ,ລູກຫຼານ ແລະ ຊັ້ນຄົນຕ່າງໆໃນທົ່ວສັງຄົມ ເສີມຂະຫຍາຍສິດເປັນເຈົ້າລວມໝູ່,ເປັນເຈົ້າການເຂົ້າຮ່ວມໃນການກໍ່ສ້າງປັບປຸງພັກ,ໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ ແລະສັງຄົມ.ເອົາໃຈໃສ່ປະຕິບັດນະໂຍບາຍສາມັກຄີປອງດອງລະຫວ່າງນັກຮົບເກົ່າລາວດ້ວຍກັນ ກໍ່ຄື ສາມັກຄີກັບທຸກຊັ້ນຄົນໃນທົ່ວສັງຄົມ; ສ້າງນໍ້າໃຈສາມັກຄີ ຮັກເຊື້ອແພງຊາດ ແລະ ອຸດົມການສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ,ຍາດແຍ່ງເອົາທຸກກໍາລັງແຮງເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງຂອງສະຫະພັນນັກຮົບເກົ່າໃຫ້ໜັກແໜ້ນເຂັ້ມແຂງ,ຮັບປະກັນປະສິດທິພາບໃນການເຄື່ອນໄຫວວຽກງານຕາມຂອບເຂດສິດ ແລະ ໜ້າທີ່ີຂອງຕົນ.

ພາບ:ຄໍາໃສ ຂ່າວ:ວິລະພົງ ທະຫານແຂວງ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version