Home ຂ່າວດ່ວນ ນໍ້າປ່າໄຫລຊຸ ຢູ່ບ້ານກອນຊອດ ເມືອງຜາອຸດົມ ແຂວງບໍ່ແກ້ວ ມີຜູ້ເສຍຊີວິດ 1 ຄົນ

ນໍ້າປ່າໄຫລຊຸ ຢູ່ບ້ານກອນຊອດ ເມືອງຜາອຸດົມ ແຂວງບໍ່ແກ້ວ ມີຜູ້ເສຍຊີວິດ 1 ຄົນ

0

ຕາມການລາຍງານ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ອໍານາດການປົກຄອງບ້ານກອນຊອດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເວລາ 16:25 ໂມງ ວັນທີ 15 ສິງຫາ 2023 ນີ້, ມີຝົນຕົກໜັກຢູ່ເມືອງຮຸນ ແຂວງອຸດົມໄຊ ເຮັດໃຫ້ນໍ້າປ່າໄຫລລົງສູ່ຫ້ວຍນໍ້າຍາວ.

ຮອດຈຸດບ້ານກອນຊອດ ເມືອງຜາອຸດົມ ເຮັດໃຫ້ປະລິມານນໍ້າຍາວເພີ່ມຂຶ້ນ ແລະ ໄຫລຊຸມາຢ່າງຮຸນແຮງ ເຮັດໃຫ້ເກີດຄວາມເສຍຫາຍ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນຊື່: ນາງ ຮັກ ອາຍຸ 13 ປີ ປະຊາຊົນບ້ານກອນຊອດ.

ມາຮອດວັນທີ 16 ສິງຫາ 2023 ປະຊາຊົນພາຍໃນບ້ານດັ່ງກ່າວ ໄດ້ຊ່ວຍກັນຊອກຫາ ແລະ ພົບເຫັນສົບ ແລະ ນໍາອອກມາຈາກຈຸດເກີດເຫດແລ້ວ.

ຂໍ້ມູນ: ຄະນະຮັບຜິດຊອບໄພພິບັດຂັ້ນແຂວງ

#Medialaos#Bokeo

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version