Home ແຈ້ງການສໍາຄັນ ແຈ້ງເຕືອນນໍ້າຖ້ວມ ວັນທີ 16 ສິງຫາ 2023

ແຈ້ງເຕືອນນໍ້າຖ້ວມ ວັນທີ 16 ສິງຫາ 2023

0

ແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 16 ສິງຫາ 2023 ເວລາ 12:00 ໂມງ ເນືື່ອງ ຈາກວ່າຝົນຍັງຈະສືບຕໍ່ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງພາກ ເໜືອ ແລະ ພາກກາງຕືື່ມອີກ, ຊຶ່ງຍັງຈະເຮັດໃຫ້ລະດັບນໍ້າ ແມ່ນໍ້າສາຂາ ຍັງຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະລະດັບນໍ້າຢູ່ສະຖານີຂົວເຊບັ້ງໄຟ ເຊົ້າມື້ ນີ້ແທກໄດ້ 18.33 ແມັດ (ເຂດເຕືອນໄພ 17.50 ແມັດ; ເຂດອັນຕະລາຍ 18.50ແມັດ), ສະຖານີ (ເຊບັ້ງໄຟ) ຕົ້ນແຫນ ແທກໄດ້ 12.34 ແມັດ (ເຂດເຕືອນໄພ 12.00 ແມັດ; ເຂດອັນຕະລາຍ 13.00ແມັດ) ແລະ ສະຖານີ (ເຊຈໍາພອນ) ແກ້ງກອກ ແທກໄດ້ 7.98 ແມັດ ໄດ້ກາຍເຂດລະດັບເຕືອນໄພ (ເຂດເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 8.00ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນທີ່ອາໄສຢູ່ໃກ້ສອງຝັ່ງແມ່ນໍ້າເຊຈໍາພອນ ແລະ ເຊບັ້ງໄຟ ຂອງແຂວງຄໍາມ່ວນ ແລະ ສະຫວັນນະເຂດ, ຈົ່ງມີສະຕິລະວັງຕໍ່ສະພາບຝົນ ຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈືື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version