Home ຂ່າວພາຍໃນ ຄະນະຜູ້ແທນຕີມໍເລສເຕ ຢ້ຽມຢາມດ່ານສາກົນ ສິນຄ້າທ່າບົກ-ທ່ານາແລ້ງ

ຄະນະຜູ້ແທນຕີມໍເລສເຕ ຢ້ຽມຢາມດ່ານສາກົນ ສິນຄ້າທ່າບົກ-ທ່ານາແລ້ງ

0

ໃນວັນທີ 12 ສິງຫາ 2023, ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການມາພົບປະ ແລະ ຢ້ຽມຢາມຂອງທ່ານ ຟານສິດສະໂກ ດາໂຄດສະຕາ ກູເຕີເຣດ ລັດຖະມົນຕີ ກະຊວງພາຍໃນ ແຫ່ງປະເທດຕີມໍເລສເຕ ເນື່ອງໃນໂອກາດທີ່ທ່ານ ພ້ອມຄະນະໄດ້ເດີນທາງມາເຂົ້າຮ່ວມກອງປະ ຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ 9-11 ສິງຫາ 2023; ໃຫ້ການຕ້ອນຮັບໂດຍ ທ່ານ ອາລຸນ ແກ້ວກິດຕິຄຸນ ປະທານກຳມະການບໍລິຫານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວ ໂຮມດິ້ງ ຈຳກັດ ແລະ ທ່ານ ພັທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ສະຖານີລົດໄຟທ່ານາແລ້ງ ແລະ ດ່ານສາກົນສິນຄ້າທ່າບົກ -ທ່ານາ ແລ້ງ, ມີຫົວໜ້າ-ຮອງຫົວໜ້າຄຸ້ມຄອງດ່ານ, ແຂກຮັບເຊີນ ແລະ ນັກວິຊາ ການສະເພາະທາງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ຄະນະຮັບຜິດຊອບ ໄດ້ລາຍງານກ່ຽວກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ກ່າວວ່າ: ດ່ານສາກົນ ແລະ ຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ໄດ້ຮັບການສ້າງຕັ້ງຂຶ້ນຕາມການອະນຸມັດຂອງລັດຖະບານ ຕາມທີ່ໄດ້ລະບຸໄວ້ໃນແຈ້ງການສະບັບ ເລກທີ 1241/ຫສນຍ, ລົງວັນທີ 27 ກັນຍາ 2021 ແລະ ວັນ ທີ 4 ທັນວາ 2021 ໄດ້ຈັດພິທີປະກາດໃຊ້ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ຢ່າງເປັນທາງການ. ໃນນີ້, ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແມ່ນມີພາລະບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ ໃນການຄຸ້ມຄອງ ແລະ ການບໍລິການຂອງລັດຢູ່ໃນຂອບເຂດດ່ານໃຫ້ມີປະສິດທິພາບ, ປະສິດທິຜົນ, ຮັກສາໄດ້ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນການເຂົ້າ-ອອກດ່ານ, ທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຮັດບໍລິການ, ການຂົນສົ່ງ ປ່ຽນຖ່າຍສິນຄ້າເຂົ້າ-ອອກ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າຢູ່ດ່ານໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ, ໂລ່ງລ່ຽນ, ທັນສະໄໝເປັນມິດກັບສິ່ງແວດລ້ອມ ຕາມກົດໝາຍ ແລະ ວິຊາສະເພາະທີ່ກ່ຽວຂ້ອງ, ຮັບປະກັນຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ໃຫ້ມີຄວາມປອດໄພ, ແນໃສ່ສ້າງການເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢືນຢົງ.

ປັດຈຸບັນ, ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງປະກອບມີ 5 ຂະແໜງທີ່ເຮັດໜ້າທີ່ບໍລິຫານລັດ ຄື: ຫ້ອງການບໍລິຫານ, ເຊິ່ງປະກອບມີທັງວຽກງານ ຍທຂ ແລະ ກວດກາຄຸນນະພາບສິນຄ້າ (ນໍ້າມັນເຊື້ອໄຟ), ຂະແໜງ ປກສ,ເຊິ່ງປະກອບມີວຽກ ງານ ຕມ, ປ້ອງກັນທີ່ຕັ້ງ ແລະ ຈາລະຈອນ, ຂະແໜງພາສີ, ຂະແໜງກັກກັນພືດ-ສັດ ແລະ ຂະແໜງສາທາ, ເຊິ່ງປະກອບມີວຽກງານອາຫານ, ຢາ ແລະ ຄວບຄຸມພະຍາດ.

ຈາກນັ້ນ, ທັງສອງຝ່າຍໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບລະບົບການຈັດກາ -ການປ່ຽນຖ່າຍສິນຄ້າ ແລະ ວຽກງານປິ່ນອ້ອມ ທັງນີ້ ກໍເພື່ອສຶກສາ ແລະ ສໍາຫຼວດການພັດທະນາລະບົບພື້ນຖານໂຄງລ່າງດ້ານການຄົມມະນາຄົມ ແລະ ເຂດໂລຊິກສະຕິກ ລວມທັງການສົ່ງເສີມ ແລະ ສ້າງເຄືອຄ່າຍພົວພັນຮ່ວມມື ລະຫວ່າງຜູ້ປະ ກອບການຂອງຕ່າງປະເທດ. ພ້ອມນີ້, ທັງສອງຝ່າຍກໍໄດ້ຢ້ຽມຊົມເຂດໂລຊິກສະຕິກ ຈຶ່ງສໍາເລັດ.

ຂ່າວ: ຄຳໂຖ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version