Home ຂ່າວກິລາ ແມນຢູ ເລີ່ມທາບທາມ “ ໂອນາ’ນ່າ “ 50 ລ້ານປອນ

ແມນຢູ ເລີ່ມທາບທາມ “ ໂອນາ’ນ່າ “ 50 ລ້ານປອນ

0

ຕາມການລາຍງານຂ່າວຈາກ ເຈຄັອບ ສະໄຕເບີກ ນັກຂ່າວຂອງ The Guardian ເປີດເຜີຍວ່າ ແມນເຊສເຕີ ຢູໄນເຕັດ ໄດ້ຕິດຕໍ່ຫາ ເອຟເວີຕັນ ເພື່ອສອບຖາມຄວາມເປັນໄປໄດ້ໃນການຄວ້າຕົວ ອາມາດູ ໂອນານາ ໃນມູນຄ່າ 50 ລ້ານປອນ.

ນັກເຕະອາຍຸ 21 ປີ ສ້າງຜົນງານໜ້າປະທັບໃຈໃຫ້ ເອຟເວີຕັນ ເມື່ອລະດູການທີ່ຜ່ານມາ ແລະ ເຂົາກໍເປັນໜຶ່ງໃນນັກເຕະເປົ້າ ໝາຍຂອງ ເອຣິກ ເທນ ຮາກ ເຊັ່ນດຽວກັບ ໂຊຟິຢານ ອໍາຣາບັດ.

ລາຍງານລະບຸວ່າ ແມນເຊສເຕີ ຢູໄນເຕັດ ໄດ້ວາງຕົວ ໂອນານ່າ ໄວ້ມາແທນທີ່ ສະກອດ ແມັກໂທມີເນ ກໍລະນີທີ່ຕ້ອງ ຍ້າຍທີມອອກໄປ ເຊິ່ງຄາດວ່າ ແມນເຊສເຕີ ຢູໄນເຕັດ ຕ້ອງການຄ່າຕົວກອງກາງທີມຊາດສະກອດແລນທີ່ 45 ລ້ານປອນ.

ຫຼັງຈາກນັ້ນ, ເຂົາຈະນໍາເງິນຈໍານວນດັ່ງກ່າວເພີ່ມອີກ 5 ລ້ານປອນ ຍື່ນຂໍ້ສະເໜີຂໍຊື້ ໂອນານ່າ ເຊິ່ງຖືເປັນການລົງທຶນທີ່ກຸ້ມ ຄ່າ ຖ້າພິຈາລະນາອາຍຸທີ່ຍັງສາມາດພັດທະນາຝີຕີນຕໍ່ໄປໄດ້ອີກ.

ຜິດກັບ ແມັກໂທມີເນ ທີ່ບໍ່ໜ້າຈະຍົກລະດັບເກມຂອງຕົວເອງໃຫ້ສູງຂຶ້ນໄປກວ່ານີ້ໄດ້ອີກແລ້ວ ເຊິ່ງບໍ່ຕອບໂຈດ ເອຣິກ ເທນ ຮາກ ທີ່ຕ້ອງການຍົກລະດັບຂອງທີມໃຫ້ສູງຂຶ້ນໄປຢູ່ໃນລະດັບລຸ້ນແຊັມແຂ່ງກັບ ແມນເຊສເຕີ ຊີຕີ.

ຢ່າງໃດກໍຕາມ, ລາຍງານຂ່າວຈາກ ຟາບຣິຊິໂອ ໂຣມາໂນ່ ເຊື່ອວ່າ ໂອນານ່າ ເປັນພຽງເປົ້າໝາຍຮອງໃນຕຳແໜ່ງນີ້ ສ່ວນເປົ້າໝາຍຫຼັກຍັງເປັນ ອໍາຣາບັດ ຢູ່ເຊັ່ນເດີມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version