Home ຂ່າວກິລາ ລິເວີພູລ ບໍ່ຍອມພ່າຍແພ້ ! ບັນລຸຂໍ້ຕົກລົງ 60 ລ້ານປອນ ກຽມເຊັນສັນຍາ “ລາເວຍ”

ລິເວີພູລ ບໍ່ຍອມພ່າຍແພ້ ! ບັນລຸຂໍ້ຕົກລົງ 60 ລ້ານປອນ ກຽມເຊັນສັນຍາ “ລາເວຍ”

0

ສະໂມສອນ ລິເວີພູລ ທີມດັງໃນພຣີເມຍລີກ ໄດ້ບັນລຸຂໍ້ຕົກລົງເລື່ອງຄ່າຕົວຂອງ ໂຣມິໂອ ລາເວຍ ກັບ ເຊົາແຮມຕັນ ເປັນເງິນຈໍານວນ 60 ລ້ານປອນເປັນທີ່ຮຽບຮ້ອຍ ຕາມການລາຍງານຈາກ ລິເວີພູລ ເອັກໂຄ.

ເອັກໂຄ ໄດ້ອ້າງເຖິງການລາຍງານຈາກ ເດິະກາດຽນ ທີ່ເປີດເຜີຍວ່າ ລີເວີພູລ ຍັງບໍ່ຍອມພ່າຍແພ້ໃນການຕາມຫານັກເຕະໃນແດນກາງ ໂດຍຫຼ້າສຸດ ພວກເຂົາໄດ້ຍື່ນຂໍ້ສະເໜີທາບທາມນັກເຕະເຊົາແຮມຕັນແລ້ວ ແລະ ລໍຖ້າພຽງນັກເຕະຕັດສິນໃຈວ່າຈະຍ້າຍໄປທີມໃດລະຫວ່າງພວກເຂົາກັບ ເຊວຊີ.

ລາຍງານຍັງກ່າວຕໍ່ໄປວ່າ ລິເວີພູລ ເປັນພຽງສະໂມສອນດຽວທີ່ທໍາການບັນລຸຂໍ້ຕົກລົງກັບ ເຊົາແຮມຕັນ ໃນການເຊັນສັນຍາກັບ ລາເວຍ ໃນຂະນະທີ່ ເຊວຊີ ຈະຕ້ອງເພີ່ມເງິນເພີ່ມໃຫ້ຫຼາຍກວ່າເພື່ອຄວ້າເອົາຊະນະການແຂ່ງຂັນຄັ້ງນີ້..

ລີເວີພູລ ຫາກໍຖືກ ໄບຣຕັນ ຕອບປະຕິເສດຂໍ້ສະເໜີມາແລ້ວ 3 ຄັ້ງ ໃນການຂໍຊື້ດາວເຕະອາຍຸ 19 ປີ ຫຼັງຈາກນັ້ນ ພວກເຂົາໄດ້ຫັນໄປທຸ່ມເງິນ 110 ລ້ານປອນກັບທາງ ມອຍເຊສ ໄກເຊໂດ ແຕ່ກໍຕ້ອງຜິດຫວັງ ເມື່ອນັກເຕະເລືອກຍ້າຍໄປຫຼິ້ນໃຫ້ກັບເຊວຊີ ກ່ອນທີ່ຈະກັບມາມີຂ່າວຍື່ນຂໍ້ສະເໜີຈໍານວນ 60 ລ້ານປອນໃຫ້ກັບ ເຊົາແຮມຕັນ ພິຈາລະນາອີກຄັ້ງຕາມທີ່ເປັນຂ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version