Home ແຈ້ງການສໍາຄັນ ແຈ້ງເຕືອນສະພາບດິນເຈື່ອນ ວັນທີ 14 ສິງຫາ 2023

ແຈ້ງເຕືອນສະພາບດິນເຈື່ອນ ວັນທີ 14 ສິງຫາ 2023

0

ແຈ້ງເຕືອນສະພາບດິນເຈື່ອນ ປະຈໍາວັນທີ 14 ສິງຫາ 2023 ຍ່ອມຄວາມ ກົດດັນອາກາດຕໍ່າຍັງເຄື່ອນທີ່ແຜ່ລົງມາຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກໍາລັງແຮງປານກາງພັດ ປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ. ເນື່ອງຈາກວ່າໄດ້ມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນຜ່ານມາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີດິນເຈືື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບ ນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version