Home ຂ່າວດ່ວນ ປະຊາຊົນ ທີ່ປະສົບໄພນ້ຳຖ້ວມ ຢູ່ເມືອງຄູນຄຳໄດ້ຊົມໃຊ້ນ້ຳສະອາດປອດເຊື້ຶຶອພະຍາດ

ປະຊາຊົນ ທີ່ປະສົບໄພນ້ຳຖ້ວມ ຢູ່ເມືອງຄູນຄຳໄດ້ຊົມໃຊ້ນ້ຳສະອາດປອດເຊື້ຶຶອພະຍາດ

0

ມາຮອດປັດຈຸບັນ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກພາກລັດ ແລະ ເອກະຊົນ, ລວມທັງບຸກຄົນ, ນິຕິບຸກຄົນ, ບໍລິສັດ, ຫ້າງຮ້ານຕ່າງໆ ທັງພາຍໃນແຂວງ ແລະ ຕ່າງແຂວງ ເຊິ່ງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຫລວງຫລາຍ.

ຂະນະທີ່ທີມງານຜະລິດນໍ້າດື່ມ-ນໍ້າໃຊ້ເຄື່ອນທີ່ຈາກສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ສົມທົບກັບ ລົດຜະລິດນໍ້າສະອາດ ຂອງພະແນກສາທາລະນະສຸກ ແຂວງຄຳມ່ວນ ນຳເອົາເຄື່ອງກອງນ້ຳສະອາດ ເຄື່ອນທີ່ 2 ເຄື່ອງ ມາກັ່ນກອງນ້ຳເພື່ອນຳໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທັງໝົດ 14 ບ້ານ ໃຫ້ໄດ້ນຳໃຊ້ນ້ຳທີ່ສະອາດ ຢ່າງທົ່ວເຖິງ ໂດຍນຳໃຊ້ແຫລ່ງນ້ຳຈາກທຳມະຊາດ ມາກັ່ນຕອງ ເຊິ່ງສາມາດຜະລິດນ້ຳໄດ້ເຄື່ອງລະ 4 ພັນລິດຕໍ່ຊົ່ວໂມງ (ຜະລິດນ້ຳ 8-10 ຊົ່ວໂມງ/ວັນ).

ປະຊາຊົນ ທີ່ໄດ້ຮັບຜົນກະທົບຫລາຍທ່ານ ໃຫ້ສຳພາດເປັນສຽງດຽວກັນວ່າ: ນັບແຕ່ໄດ້ປະສົບໄພ ພິບັດນ້ຳຖ້ວມ ເປັນຕົ້ນມາ, ສິ່ງອຳນວຍຄວາມສະດວກຕ່າງໆຖືກຕັດຂາດ ເປັນຕົ້ນ ແມ່ນນ້ຳ ແລະ ໄຟ ຟ້າ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກ, ເຮັດໃຫ້ປະຊາຊົນບໍ່ມີນ້ຳກິນ, ນຳໃຊ້, ໄດ້ໂຕ່ງນ້ຳ ຈາກນ້ຳຝົນໄວ້ກິນ, ໄວ້ໃຊ້, ໄວ້ອາບ ແກ້ໄຂໃນແຕ່ລະມື້, ຈົນມາຮອດວັນທີ 7 ສິງຫາ 2023, ພາກສ່ວນທີ່ກ່ຽວຂ້ອງ ກໍຄື ທີມງານລົດຜະລິດນ້ຳສະອາດ ໄດ້ເຂົ້າມາຕັ້ງເຄື່ອງຜະລິດນ້ຳສະອາດ ເພື່ອແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ຕົນເອງກໍ່ຮູ້ສຶກດີໃຈ ໄດ້ນຳເອົາຕຸກ, ຖັງ ແລະ ອື່ນໆ ໃສ່ລົດມາໂຕ່ງເອົານ້ຳ ເພື່ອນຳໄປໃຊ້ໃນຊີວິດປະຈຳວັນ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ພາກລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນໄດ້ຄວາມສຳຄັນ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບກັບຄວາມຫຍຸ້ງຍາກໃນຊ່ວງວິກິດ, ພ້ອມທັງຮຽກ ຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນເຂົ້າມາແກ້ໄຂ, ໃຫ້ການຊ່ວຍເຫລືອໃນດ້ານອື່ນໆຕື່ມອີກ ໂດຍສະເພາະ ແມ່ນໄຟຟ້າ, ນ້ຳກິນ, ນ້ຳໃຊ້ ອາຫານ ແລະ ອື່ນໆ ເພື່ອເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງ 14 ບ້ານ ກັບມາມີຊີວິດການເປັນຢູ່ຢ່າງເປັນປົກກະຕິ ໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version