Home ຂ່າວພາຍໃນ ເຈົ້າເມືອງຈຳພອນ ລົງຕິດຕາມ-ກວດກາ ສະພາບນ້ຳຖ້ວມ 11 ບ້ານ

ເຈົ້າເມືອງຈຳພອນ ລົງຕິດຕາມ-ກວດກາ ສະພາບນ້ຳຖ້ວມ 11 ບ້ານ

0

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ຄະນະການນຳເມືອງຈຳພອນ ນຳໂດຍ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ ພ້ອມຄະນະ ຕ້ານໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມ, ກວດກາ, ສະພາບນ້ຳຖ້ວມບ້ານ ແລະ ເນື້ອທີ່ນາຂອງປະຊາຊົນພາຍຢູ່ 11 ບ້ານ ພາຍໃນເມືອງ.

ໃນປັດຈຸບັນ, ເມືອງຈຳພອນ ມີບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມບ້ານ 11 ບ້ານ ຄື: ບ້ານ ລຳເທນ, ເລົ່າໜາດ, ເພ່ຍກ່າ, ແກ້ງປູນ, ລຳບອງ, ວັງເມົາ, ຊະຄືນເໜືອ, ຊະຄືນໃຕ້, ທ່າມ່ວງ, ດົງເມືອງ ແລະ ບ້ານວັງເກັດ, ມີ 350 ຫລັງຄາເຮືອນ ທີ່ຖືກນ້ຳຖ້ວມ ແລະ ພື້ນຖານໂຄງລ່າງຈໍານວນໜຶ່ງ ໄດ້ຮັບຜົນເສຍຫາຍ. ໃນນັ້ນ, ມີລະບົບຊົນລະປະທານຖືກເຈາະເຈື່ອນ, ນ້ຳຖ້ວມເນື້ອທີ່ການຜະລິດກະສິກຳ ໂດຍສະເພາະນາປີ 6.200 ກວ່າເຮັກຕາ.

ສະນັ້ນ, ການນຳຂອງເມືອງຈຶ່ງໄດ້ລົງຕິດຕາມ, ກວດກາ ແລະປຸກລະດົມປະຊາຊົນໃຫ້ມີສະຕິ, ເຝົ້າລະວັງລະດັບນ້ຳຢູ່ຕະຫລອດເວລາ, ໄດ້ແນະນຳໃຫ້ປະຊາຊົນໃຫ້ນຳສັດລ້ຽງຂຶ້ນທີ່ສູງເພື່ອຄວາມປອດໄພ. ພ້ອມທັງ ໄດ້ແນະນຳໃຫ້ປະຊາຊົນເອົາໃຈໃສ່ຮັກສາອະນາໄມ ເພື່ອປ້ອງກັນໄຂ້ຍຸງລາຍ ແລະ ການກິນຢູ່ ກໍໃຫ້ສະອາດ ເພື່ອຫລີກເວັ້ນຈາກການເກີດພະຍາດຕ່າງໆໃນລະດູຝົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version