Monday, October 7, 2024
Homeຂ່າວດ່ວນເຕືອນປະຊາຊົນທີ່ດຳລົງຊີວິດຕາມລ້ອງນໍ້າເຊືອງ ຈົ່ງມີສະຕິ, ຕິດຕາມເຝົ້າລະວັງ, ເກັບມ້ຽນເຄື່ອງຂອງທີ່ມີຄ່າໄວ້ທີ່ປອດໄພ

ເຕືອນປະຊາຊົນທີ່ດຳລົງຊີວິດຕາມລ້ອງນໍ້າເຊືອງ ຈົ່ງມີສະຕິ, ຕິດຕາມເຝົ້າລະວັງ, ເກັບມ້ຽນເຄື່ອງຂອງທີ່ມີຄ່າໄວ້ທີ່ປອດໄພ

ສະພາບນໍ້າເຊືອງ ບໍລິເວນຕອນເໜຶອ ເຂດບ້ານເມືອງໝ້ວຍ ເມືອງວຽງຄໍາ ແຂວງຫຼວງພະບາງ ປັດຈຸບັນປະລິມານນໍ້າເຊືອງກຳລັງເພີ່ມຂຶ້ນ ເຮັດໃຫ້ນໍ້າຖ້ວມໄຮ່ນາຕາກ້າ ຂອງປະຊາຊົນຈໍານວນໜຶ່ງ ຢູ່ບໍລິເວນດັ່ງກ່າວ ສ່ວນຜົນເສຍຫາຍຍັງບໍຮູ້ລາຍລະອຽດ; ເຕືອນປະຊາຊົນທີ່ດຳລົງຊີວິດຕາມລ້ອງນໍ້າເຊືອງ ຈົ່ງມີສະຕິ, ຕິດຕາມເຝົ້າລະວັງ, ເກັບມ້ຽນເຄື່ອງຂອງທີ່ມີຄ່າໄວ້ທີ່ປອດໄພ.

ສະພາບ ເສັ້ນທາງເລກທີ 2508 ລະຫວ່າງ ບ້ານ ພູຕິດເຜີ້ງ ເມືອງງອຍ-ເມືອງໂພນທອງ ແຂວງຫລວງພະບາງ ແລະ ຊາຍແດນ ລາວ-ຫວຽດນາມ ໃນວັນທີ 6 ສິງຫາ 2023 ມີບາງບ່ອນເສັ້ນທາງຍຸບ ແລະມີດິນເຈື່ອນ ຖົມທາງ,

ແຈ້ງໃຫ້ຜູ້ທີ່ມີຈຸດປະສົງຈະເດີນທາງມາເສັ້ນທາງນີ້ຕ້ອງໃຫ້ມີສະຕິແລະລະມັດລະວັງ.

(ຂ່າວ: ບຸນທັນ ໄຊຍະວົງ ຖວທ ເມືອງວຽງຄໍາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments