Home ຂ່າວພາຍໃນ ສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 25 ປີ

ສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 25 ປີ

0

ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 25 ປີ (5 ສິງຫາ 1998 – 5 ສິງຫາ 2023) ຈັດຂຶ້ນໃນວັນທີ 4 ສິງຫາ ນີ້ ທີ່ຫໍປະຊຸມແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ; ມີພະນັກງານອາວຸໂສບຳນານ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ເຄນ ລໍວັນໄຊ ຮອງເລຂາຄະນະພັກ ຮອງປະທານອົງການກວດສອບແຫ່ງລັດໄດ້ເລົ່າມູນເຊື້ອ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກວດສອບແຫ່ງລັດ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຕະຫຼອດໄລຍະ 25 ປີ ຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ ຕາມໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້, ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາ ຂອງປະເທດ; ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະ ຢ່າງບໍ່ຢຸດຢັ້ງ.

ທ່ານຮອງປະທານອົງການກວດສອບແຫ່ງລັດຍັງໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 25 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກວດສອບແຫ່ງລັດ ເວົ້າລວມ, ເວົ້າສະເພາະ ໃນຂະແໜງວຽກງານກວດສອບ ໄດ້ຜ່ານຂະບວນວິວັດຫຼາຍໄລຍະໃນການປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດ ຂອງອົງການກວດສອບແຫ່ງລັດ ໂດຍເລີ່ມຈາກການຮຽນຮູ້ໃນວຽກງານຕົວຈິງ, ຈາກຄວາມຮັບຮູ້ພື້ນຖານດ້ານວິຊາສະເພາະ, ຈາກການຮຽນຮູ້ໃນຂະບວນການວຽກງານຕົວຈິງຢູ່ພາຍໃນ ກໍຄືການແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຮ່ວມຍຸທະສາດໃນພາກພື້ນ ລວມທັງຄູ່ຮ່ວມພາຄີດ້ານການກວດສອບຂອງສາກົນ ເຮັດໃຫ້ອົງການກວດສອບແຫ່ງລັດ ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຄວາມອາດສາມາດໃນການປະຕິບັດພາລະບົດບາດ ຂອງວຽກງານກວດສອບໄດ້ເປັນຢ່າງດີ, ພະນັກງານ-ບຸກຄະລາກອນ ຈຳນວນບໍ່ໜ້ອຍ ໄດ້ກາຍເປັນນັກກວດສອບທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມສຳນິຊຳນານງານ, ກາຍເປັນນັກກວດສອບມືອາຊີບ.

ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການກວດສອບແຫ່ງລັດທີ່ຍາດຜົນງານມາໄດ້ຕະຫຼອດໃນໄລຍະ 25 ປີ ແລະ ໄດ້ເນັ້ນໃຫ້ສືບຕໍ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ພະນັກງານ, ນັກກວດສອບແຫ່ງລັດ ໃຫ້ເປັນປົກກະຕິ, ເລິກເຊິ່ງ ແລະ ທົ່ວເຖິງ, ເພື່ອສ້າງໃຫ້ພະນັກງານ – ນັກກວດສອບ ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຊື່ສັດບໍລິສຸດ, ໃນນັ້ນ, ສໍາລັບນັກກວດສອບ ສິ່ງທີ່ສໍາຄັນກວ່າໝູ່ ແມ່ນ ຈັນຍາບັນ-ຈັນຍາທໍາ ຊຶ່ງໝາຍເຖິງຄວາມຊື່ສັດ ຊຶ່ງແມ່ນປັດໄຈພື້ນຖານຂອງນັກກວດສອບ, ແມ່ນຈິດສຳນຶກ ແລະ ການກະທຳ ໃນການປະຕິບັດໜ້າທີ່ບົນພື້ນຖານການປະຕິບັດຕາມມາດຕະຖານການກວດສອບຢ່າງເຂັ້ມງວດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ກໍ່ສ້າງ ແລະ ຍົກລະດັບພະນັກງານ – ນັກກວດສອບ ທາງດ້ານວິຊາສະເພາະກວດສອບ ໃຫ້ຫັນເປັນມືອາຊີບ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງ ການຂອງວຽກງານໃນສະເພາະໜ້າ ແລະ ຍາວນານ; ໃນໄລຍະສັ້ນ ຕ້ອງຈັດຝຶກອົບຮົມກັບທີ່ພາເຮັດຕົວຈິງ ໂດຍເນັ້ນໃສ່ການພັດທະນາທັກສະໃນການກວດສອບຕົວຈິງ, ໃນໄລຍະຍາວ ສ້າງໃຫ້ໄດ້ນັກກວດສອບທີ່ມີຄຸນນະພາບຕາມຂັ້ນຂອງນັກກວດສອບ ທີ່ໄດ້ກຳນົດໄວ້, ສືບຕໍ່ສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນເຄື່ອງມືຮັບໃຊ້ໃນວຽກງານກວດສອບແຕ່ລະດ້ານ ໃຫ້ຄົບຖ້ວນ,

ທ່ານປະທານສານປະຊາຊົນສູງສຸດເນັ້ນຕື່ມວ່າ: ກ່ຽວກັບວຽກງານວິຊາສະເພາະກວດສອບ ໃນໄລຍະຜ່ານມາ ທີ່ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນການລະເມີດວິໄນແຜນການ-ການເງິນ ຢ່າງຫຼວງຫຼາຍ ເກືອບທຸກຫົວໜ່ວຍງົບປະມານທັງຢູ່ສູນກາງ ແລະ ທ້ອງຖິ່ນ, ແຕ່ວ່າ ການແກ້ໄຂຜົນການກວດສອບເຫັນວ່າຍັງເຮັດໄດ້ໜ້ອຍ ທຽບໃສ່ຜົນການກວດສອບ; ສະນັ້ນ, ສະເໜີບັນດາສະຫາຍ ເອົາໃຈໃສ່ການປະຕິບັດພາລະບົດບາດ ຂອງອົງການກວດສອບແຫ່ງລັດ ໃນສະພາບທີ່ເສດຖະກິດ, ແຜນການ, ການເງິນ-ເງິນຕາ ຂອງປະເທດພົບຄວາມຫຍຸ້ງຍາກ, ການລະເມີດວິໄນແຜນການ-ການເງິນ ຍັງມີຢ່າງແຜ່ຫຼາຍ; ອົງການກວດສອບແຫ່ງລັດ ຕ້ອງໄດ້ເພີ່ມທະວີຢ່າງແຂງແຮງ ໃນສະພາບເລັ່ງທວງດັ່ງກ່າວ, ນັ້ນແມ່ນໜ້າທີ່ໂດຍກົງ ແລະ ແມ່ນຄວາມມຸ່ງຫວັງ ຂອງພັກ-ລັດ ຕໍ່ອົງການກວດສອບແຫ່ງລັດ ພວກເຮົາ ເພື່ອເຮັດແນວໃດໃຫ້ເສດຖະກິດ-ການເງິນພາກລັດ ມີຄວາມເຂັ້ມງວດ, ມີປະສິດທິພາບ ແລະ ປະສິດທິຜົນ; ອົງການກວດສອບແຫ່ງລັດ ຕ້ອງເຂັ້ມແຂງ ແລະ ໜັກແໜ້ນ ເພື່ອກວດສອບໃຫ້ເຫັນ, ວິເຄາະວິໄຈໃຫ້ໄດ້ ແລະ ສະເໜີມາດຕະການແກ້ໄຂ ໃຫ້ປະກົດຜົນເປັນຈິງ ເພື່ອແກ້ໄຂໃຫ້ມີໝາກມີຜົນ ແລະ ທັນເວລາ ຈຶ່ງຈະພາກັນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດເຮົາໃນປັດຈຸບັນ. ໃນນັ້ນໃຫ້ສືບຕໍ່ເປັນເຈົ້າການພົວພັນຮ່ວມມື ກັບສາກົນ, ພາກພື້ນ, ບັນດາປະເທດຄູ່ຮ່ວມຍຸດທະສາດ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາ ອົງການກວດສອບແຫ່ງລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ.

ໃນພິທີດັ່ງກ່າວຍັງໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານດີ ແລະ ດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳປີ 2022 ຕື່ມອີກ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version