Home ແຈ້ງການສໍາຄັນ ລະດັບນໍ້າຫີນບູນ ແລະ ນໍ້າປະກັນກາຍເຂດເຕືອນໄພ ຂໍໃຫ້ປະຊາຊົນກຽມຄວາມພ້ອມຮັບມື

ລະດັບນໍ້າຫີນບູນ ແລະ ນໍ້າປະກັນກາຍເຂດເຕືອນໄພ ຂໍໃຫ້ປະຊາຊົນກຽມຄວາມພ້ອມຮັບມື

0

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ແຈ້ງເຕືອນ ລະດັບນໍ້າຫີນບູນ ແລະ ນໍ້າປະກັນ ຂຶ້ນກາຍເຂດເຕືອນໄພ ຂໍໃຫ້ພໍ່ແມ່ປະຊາຊົນກຽມຄວາມພ້ອມຮັບມື ພ້ອມທັງຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ເນື່ອງຈາກວ່າ ໄດ້ມີຝົນຕົກຕິດຕໍ່ກັນຫລາຍວັນ ຢູ່ເຂດແຂວງພາກກາງ ລົງຫາ ພາກໃຕ້ ເຮັດໃຫ້ແມ່ນໍ້າສາຂາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະ ແມ່ນລະດັບນໍ້າຢູ່ສະຖານີວັດແທກ ບ້ານທ່າແຄນ (ນໍ້າປະກັນ) ນໍ້າໄດ້ຂຶ້ນກາຍເຂດເຕືອນໄພແລ້ວ, ເຂດເຕືອນໄພ ແມ່ນ 10.00 ແມັດ, ເຂດອັນຕະລາຍແມ່ນ 11.00 ແມັດ ແລະ ນໍ້າຫີນບູນ ເຂດເຕືອນໄພ ແມ່ນ 9.00 ແມັດ, ເຂດອັນຕະລາຍແມ່ນ 10.00ແມັດ ແລະ ຍັງຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ຢູ່ທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ຕື່ມອີກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ໃນແຂວງຄຳມ່ວນ ໂດຍສະເພາະ ຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເຂດທີ່ມີຄວາມສ່ຽງໄພ, ເຂດຍອດນໍ້າ, ເຂດທີ່ຢູ່ອາໄສຕາມລຽບຕີນພູ ຫລື ເຂດທີ່ມີຄວາມສ່ຽງເກີດນໍ້າຖ້ວມ ອ່າງຮັບນໍ້າເຊບັ້ງໄຟ, ອ່າງຮັບນໍ້າຫີນບູນ ແລະ ແມ່ນໍ້າສາຂາອື່ນໆ ໃຫ້ມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ ທີ່ຈະເກີດຂຶ້ນໃນໄລຍະ 1-2 ວັນຂ້າງໜ້ານີ້, ພ້ອມນີ້ກໍຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version