Saturday, October 19, 2024
Homeແຈ້ງການສໍາຄັນເກີດແຜ່ນດິນໄຫວຢູ່ເມືອງບຸນເໜືອ ແຂວງຜົ້ງສາລີ ມີຄວາມແຮງສັ່ນສະເທືອນ 3.4 ຣີກເຕີ

ເກີດແຜ່ນດິນໄຫວຢູ່ເມືອງບຸນເໜືອ ແຂວງຜົ້ງສາລີ ມີຄວາມແຮງສັ່ນສະເທືອນ 3.4 ຣີກເຕີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ ໃນວັນທີ 28 ກໍລະກົດ 2023 ເວລາ 07:09 ໂມງ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວພາຍໃນປະເທດລາວ 01 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 21.876 ອົງສາເໜືອ ແລະ ເສັ້ນແວງທີ 101.937 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນ ກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງບຸນເໜືອ ແຂວງຜົ້ງສາລີ ຫ່າງຈາກເທດສະບານເມືອງບຸນເໜືອ ປະມານ 27 ກິໂລແມັດ. ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments