Home ຂ່າວຕ່າງປະເທດ ປະຊາກອນຍີ່ປຸ່ນຫຼຸດລົງ ແຕ່ຜູ້ຢູ່ອາໄສຄົນຕ່າງປະເທດເພີ່ມຂຶ້ນ

ປະຊາກອນຍີ່ປຸ່ນຫຼຸດລົງ ແຕ່ຜູ້ຢູ່ອາໄສຄົນຕ່າງປະເທດເພີ່ມຂຶ້ນ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກໍລະກົດ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນປະຊາກອນຍີ່ປຸ່ນຫຼຸດລົງໃນອັດຕາໄວທີ່ສຸດເທົ່າທີ່ເຄີຍເກີດຂຶ້ນ ແຕ່ຈຳນວນຜູ້ຢູ່ອາໄສຄົນຕ່າງປະເທດ ກັບເພີ່ມຂຶ້ນເປັນປະຫວັດສາດຈົນເກືອບເຖິງ 3 ລ້ານຄົນ.

ຂໍ້ມູນດັ່ງກ່າວເນັ້ນຢ້ຳວ່າ: ຜູ້ຢູ່ອາໄສຄົນຕ່າງປະເທດມີບົດບາດສຳຄັນໃນສັງຄົມຍີ່ປຸ່ນຫຼາຍຂຶ້ນ ເພື່ອຊົດເຊີຍປະຊາກອນຍີ່ປຸ່ນທີ່ຫຼຸດລົງ. ໂດຍອີງຕາມຂໍ້ມູນທີ່ສະແດງຈຳນວນຜູ້ທີ່ມີທະບຽນສຳມະໂນຄົວ ໃນວັນທີ 1 ມັງກອນ 2023 ຊຶ່ງເປີດເຜີຍໂດຍກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລະບຸວ່າ: ຈຳນວນປະຊາກອນຍີ່ປຸ່ນຫຼຸດລົງເປັນປີທີ 14 ຕິດຕໍ່ກັນປະມານ 800.000 ຄົນ ເຫຼືອພຽງ 122,42 ລ້ານຄົນໃນປີ 2022 ແລະ ຖືວ່າເປັນຄັ້ງທຳອິດທີ່ຈຳນວນຄົນຍີ່ປຸ່ນຫຼຸດລົງທັງ 47 ແຂວງທົ່ວປະເທດ.

ອີກຢ່າງໜຶ່ງ, ຈຳນວນປະຊາກອນຂອງຍີ່ປຸ່ນຢູ່ໃນລະດັບສູງທີ່ສຸດໃນປີ 2008 ແລະ ເລີ່ມຫຼຸດລົງຕັ້ງແຕ່ນັ້ນເປັນຕົ້ນມາ ເນື່ອງຈາກອັດຕາການເກີດທີ່ຕ່ຳ ຊຶ່ງຕ່ຳທີ່ສຸດເປັນປະຫວັດສາດໃນປີ 2022 ຜ່ານມາ. ຂະນະດຽວກັນ, ຄົນຕ່າງປະເທດທີ່ອາໄສຢູ່ໃນຍີ່ປຸ່ນໃນວັນທີ 1 ມັງກອນ 2023 ມີຈຳນວນ 2,99 ລ້ານຄົນ ເພີ່ມຂຶ້ນ 10,7% ຈາກປີທີ່ຜ່ານມາ ໂດຍການເພີ່ມຂຶ້ນເມື່ອທຽບແບບລາຍປີຖືວ່າເປັນຈຳນວນຫຼາຍທີ່ສຸດນັບຕັ້ງແຕ່ກະຊວງກິດຈະການພາຍໃນ ແລະ ການສື່ສານ ເລີ່ມເກັບກຳຂໍ້ມູນກຸ່ມຜູ້ຢູ່ອາໄສຄົນຕ່າງປະເທດ ໃນ 10 ປີກ່ອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version