Home ຂ່າວຕ່າງປະເທດ ທະນາຄານກາງ ອາເມຣິກາ ເພີ່ມອັດຕາດອກເບ້ຍ ໃນຮອບ 22 ປີ

ທະນາຄານກາງ ອາເມຣິກາ ເພີ່ມອັດຕາດອກເບ້ຍ ໃນຮອບ 22 ປີ

0

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 26 ກໍລະກົດ ຜ່ານມາ, ທະນາຄານກາງອາເມຣິກາ (Fed) ໄດ້ເພີ່ມອັດຕາດອກເບ້ຍ 0,25% ພາຍຫຼັງໂຈະຊົ່ວຄາວໃນເດືອນມິຖຸນາ ໂດຍຈຳເປັນຕ້ອງມີມາດຕະການເພີ່ມເຕີມເພື່ອສະກັດກັ້ນໄພເງິນເຟີ້.

ຂ່າວລະບຸວ່າ: ການປັບຂຶ້ນອັດຕາດອກເບ້ຍໄດ້ຖືກປະກາດຫຼັງຈາກກອງປະຊຸມນະໂຍບາຍທີ່ດຳເນີນເປັນເວລາ 2 ວັນ ຂອງ Fed, ດັ່ງນັ້ນ ອັດຕາດອກເບ້ຍຂອງທະນາຄານກາງ ໄດ້ເປັນພື້ນຖານໃຫ້ແກ່ບັນດາທະນາຄານຄິດໄລ່ອັດຕາໃນການກູ້ຢືມ ຈາກລະດັບ 5,25% ຂຶ້ນເປັນ 5,5% ຊຶ່ງເປັນລະດັບສູງສຸດໃນຮອບ 22 ປີຜ່ານມາ.

ກ່ອນໜ້ານີ້, ໃນວັນທີ 13 ກໍລະກົດ, ທ່ານ ຄິສຕອບເຟີ ວໍລເລີ ຜູ້ວ່າການອຳນວຍການ Fed ແລະ ສະມາຊິກຂອງຄະນະກໍາມະການນະໂຍບາຍການເງິນຂອງທະນະຄານກາງ ອາເມຣິກາ (FOMC) ໄດ້ໜັບສະໜູນທະນາຄານກາງທີ່ຈະດໍາເນີນການເພີ່ມອັດຕາດອກເບ້ຍສອງຄັ້ງໃນເດືອນນີ້ ແລະ ທ້າຍປີນີ້ ເພື່ອແກ້ໄຂອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version