Home ຂ່າວຕ່າງປະເທດ ຫວຽດນາມ ສະຫຼອງ 75 ປີ ວັນສ້າງຕັ້ງສະຫະພັນບັນດາສະມາຄົມສິລະປະ-ວັນນະຄະດີ

ຫວຽດນາມ ສະຫຼອງ 75 ປີ ວັນສ້າງຕັ້ງສະຫະພັນບັນດາສະມາຄົມສິລະປະ-ວັນນະຄະດີ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 25 ກໍລະກົດ ຜ່ານມານີ້ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ (1948 – 2023).

ທ່ານ ຫງວຽນຝູຈ້ອງ ກ່າວຄຳເຫັນໃນພິທີ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ຄວນຮັບຮູ້ເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງສຳຄັນຂອງວັດທະນະທຳ, ສິລະປະ-ວັນນະຄະດີ ໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພ້ອມນັ້ນ, ຄວນລະດົມກຳລັງໃຈ, ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ-ວັນນະຄະດີ ຜ່ານບັນດາກົນໄກ, ນະໂຍບາຍ; ລະດົມທຸກແຫຼ່ງກຳລັງ, ນັບທັງດ້ານວັດຖຸ ແລະ ຈິດໃຈ, ເພື່ອໃຫ້ສິລະປະ-ວັນນະຄະດີ ໄດ້ພັດທະນາຢ່າງແຂງແຮງ ແລະ ມີບົດບາດຫຼາຍກວ່າເກົ່າ. ໃນຊຸມປີຈະມາເຖິງເຊື່ອໝັ້ນວ່າ, ພື້ນຖານສິລະປະ-ວັນນະຄະດີ ປະຕິວັດ ຫວຽດນາມ, ພ້ອມກັບຖັນແຖວນັກສິລະປະ ທີ່ເຄີຍໄດ້ຮັບການຝຶກຝົນຫຼໍ່ຫຼອມ, ທົດສອບໃນການຕໍ່ສູ້ໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດໃນປັດຈຸບັນ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານດ້ານສິລະປະ-ວັນນະຄະດີ ໃນຕະຫຼອດ 75 ປີຜ່ານມາ. ແນ່ນອນວ່າ ພວກເຮົາຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version