Home ຂ່າວກິລາ ກັບມາຄັ້ງທີ 3 ? “ຊີດານ” 1 ໃນ 4 ຜູ້ສະໝັກອະດີດນັກເຕະຄຸມ ຣິວ ມາດຣິດ

ກັບມາຄັ້ງທີ 3 ? “ຊີດານ” 1 ໃນ 4 ຜູ້ສະໝັກອະດີດນັກເຕະຄຸມ ຣິວ ມາດຣິດ

0

ໜັງສືພິມ Daily Mail ລາຍງານວ່າ ຣີວ ມາດຣິດ ກໍາລັງພິຈາລະນາແຕ່ງຕັ້ງ ຊີເນີດິນ ຊີດານ ກັບມາຄຸມອີກເທື່ອເປັນຄັ້ງທີ 3 ເພື່ອແທນທີ່ ຄາໂລ ອັນເຊລັອດຕິ.

ມີລາຍງານວ່າ ອັນເຊລັອດຕິ ໄດ້ບັນລຸຂໍ້ຕົກລົງທີ່ຈະເປັນຜູ້ຈັດການທີມຊາດບຣາຊິນ ແລະ ຈະເຂົ້າຮັບຕຳແໜ່ງໃນປີໜ້າ ກ່ອນການແຂ່ງຂັນ Copa America 2024.

ຜົນຮັບດັ່ງກ່າວ ເຮັດໃຫ້ ຣິວ ມາດຣິດ ຊອກຫາຕົວແທນ ແລະ ຊີດານ ເປັນ 1 ໃນ 4 ນັກເຕະເກົ່າຂອງສະໂມສອນ ຣິວ ມາດຣິດ ທີ່ໄດ້ຮັບການພິຈາລະນາສໍາລັບບົດບາດນີ້.

ຊີດານ ຄຸມທີມ ຣິວ ມາດຣິດ ມາແລ້ວສອງຄັ້ງ ລະຫວ່າງປີ 2016-18 ແລະ 2019-2021 ໂດຍພາທີມຄວ້າແຊັມລີກ3 ສະໄໝ ແລະ ລາລີກາ ອີກ 2 ສະໄໝ.

ລາຍງານອ້າງວ່າ ອຸປະສັກໃນການແຕ່ງຕັ້ງ ຊີດານ ອາດເປັນທີ່ຄວາມມຸງໝັ້ນຂອງເຂົາທີ່ຢາກຈະຮັບວຽກຄຸມທີມຊາດຝຣັ່ງ ນັ້ນເຮັດໃຫ້ ຣິວ ມາດຣິດ ພິຈາລະນາທາງເລືອກອື່ນເຊັ່ນກັນ.

ຊາບີ ອະລອນໂຊ່ ຜູ້ຈັດການໃຫຍ່ຂອງ ໄບເອີ ເລເວີຄູເຊ່ນ ພ້ອມດ້ວຍຄູຝຶກລະດັບເຍົາວະຊົນສອງຄົນ ຢ່າງ ອັນບາໂຣ່ ອາເບລົວ ແລະ ຣາອູນ ຍັງຢູ່ໃນລາຍຊື່ຄັດເລືອກ.

ປັດຈຸບັນ ອາເບລົວ ເປັນຄູຝຶກທີມເຍົາວະຊົນຂອງ ຣິວ ມາດຣິດ ໃນຂະນະທີ່ ຣາອູນ ຄຸມທີມ ຣິວ ມາດຣິດ ກາສຕີຢ່າ.

ຢ່າງໃດກໍຕາມ ຣີວ ມາດຣິດ ຍັງບໍ່ຮີບຮ້ອນໃນການແຕ່ງຕັ້ງຜູ້ຈັດການທີມຄົນໃໝ່ ເນື່ອງຈາກ ອັນເຊລັອດຕິ ຍັງມີສັນຍາຈົນເຖິງປີໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version