Home ຂ່າວການເມືອງ ຮ່າ​ງກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຫາ​ງານ ຕ້ອງສ້າງເງື່ອນໄຂໃຫ້ຜູ້ຕ້ອງການວຽກເຮັດງານທຳ

ຮ່າ​ງກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຫາ​ງານ ຕ້ອງສ້າງເງື່ອນໄຂໃຫ້ຜູ້ຕ້ອງການວຽກເຮັດງານທຳ

0

ທ່ານ ສອນວິໄລ ຕຸລາທອງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ໃຫ້ສຳພາດວ່າ: ຮ່າງກົດໝາຍວ່າດ້ວຍການຈັດຫາງານ ທີ່​ສະ​ເໜີຕໍ່ກອງປະຊຸມສະພາສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ກໍລະກົດ ນີ້ ຕ້ອງ​ຄຳ​ນຶງ​ເຖິງ 3 ບັນຫາສໍາຄັນຄື: 1) ການສ້າງແຜນວ່າດ້ວຍການຈັດຫາງານ ຕ້ອງກຳນົດຫຼັກການລະບຽບການ ແລະ ມາດຕະການ, ຕິດຕາມກວດກາການຈັດຫາງານ ໃຫ້ເປັນລະບຽບຮັດ​ກຸມ, ມີປະສິດທິພາບ, ປະສິດທິຜົນ, ແນໃສ່ເຮັດໃຫ້ກຳລັງແຮງງານມີວຽກເຮັດງານທຳ ໃຫ້ໄດ້ຕາມຄວາມຕ້ອງການ ຂອງຕະຫຼາດແຮງງານ, ກຳລັງແຮງງານທີ່ໄດ້ປະກອບອາຊີບແບບອິດສະຫຼະ ມີລາຍໄດ້ທີ່ເປັນທຳ, ມີຊີວິດການເປັນຢູ່ທີ່ດີຂຶ້ນ, ຜູ້ໃຊ້ແຮງງານມີແຮງງານບັນຈຸເຂົ້າໃນຕຳແໜ່ງງານຕາມຄວາມຕ້ອງການ, ທັງຫຼຸດຜ່ອນການວ່າງງານ ເຮັດໃຫ້ແຮງງານສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ​ປະ​ກອບ​ສ່ວນເຂົ້າໃນການພັດທະນາ​ປະ​ເທດຊາດ ໃຫ້ມີເຂັ້ມແຂງ. 2) ໃນໄລະຍະຜ່ານມາ ສປປ ລາວ ໄດ້ມີຫຼາຍນິຕິກຳ ທີ່ພົວພັນເຖິງການຄຸ້ມຄອງແຮງງານ, ໃນປັດຈຸບັນ ພວກເຮົາກໍຍັງພົບຄວາມຫຍຸ້ງຍາກ ໃນການແກ້ໄຂບັນຫາ​ປະ​ກົດ​ການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນກັບແຮງງານ ດັ່ງນັ້ນ; ການຈັດຫາງານແມ່ນມີຄວາມໝາຍຄວາມສຳຄັນ ແລະ ທັງເປັນການສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ໃນປະເທດເຮົາ. 3) ໃນການຈັດຫາງານທີ່ເປັນລະບົບ ທີ່ເປັນເອກະພາບ, ມີຄວາມໂປ່ງໃສ ຈະເປັນຜົນດີໃຫ້ແກ່ແຮງງານລາວ ໃນການຮັບຮູ້ຂໍ້ມູນ-ຂ່າວສານ ກ່ຽວກັບຕະຫຼາດແຮງງານ ຈະຊ່ວຍໃນການວາງແຜນສ້າງ ແລະ ພັດທະນາແຮງງານລາວ ໃນອະນາຄົດ ຊຶ່ງຈະສ້າງຄວາມເຊື່ອໝັ້ນ ໃຫ້ແກ່ອົງການຈັດຕັ້ງສາກົນ ຕໍ່ລະບົບການຈັດຫາງານ ຢູ່ ສປປ ລາວ, ທັງຈະປົກປ້ອງ, ສົ່ງເສີມສິດ ແລະ ຜົນປະໂຫຍດອັນ​ຊອບທຳ ຂອງແຮງງານພວກເຮົາ.

ເວົ້າສະເພາະຢູ່ເຂດທີ່ຕັ້ງທີ 4 ແຂວງອຸດົມໄຊ ຜ່ານມາ ຂະແໜງການກ່ຽວຂ້ອງ ກໍໄດ້ເອົາໃຈໃສ່, ຕິດຕາມກວດກາ ການຈັດຫາງານ ໂດຍສະເພາະແມ່ນການໂຄສະນາເຜີຍແຜ່ນິຕິກຳຕ່າງໆ, ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ແຮງງານ ແລະ ຜູ້ໃຊ້ແຮງງານ, ພ້ອມທັງຂຶ້ນບັນຊີແຮງງານ ນັບທັງຄົນລາວ ແລະ ຄົນຕ່າງປະເທດ ຈຳນວນ 273 ຫົວໜ່ວຍທຸລະກິດ ຊຶ່ງມີແຮງງານທັງໝົດ 3.498 ຄົນ ຍິງ 1.036 ຄົນ ໃນນີ້ ແຮງງານຄົນຕ່າງປະເທດມີ 1.236 ຄົນ ຍິງ 221 ຄົນ ເຖິງຢ່າງໃດກໍຕາມ ຜ່ານມາການຕິດຕາມກວດກາ ການຈັດຫາງານ ຍັງເຮັດບໍ່ທັນໄດ້ທົ່ວເຖິງ, ແຮງານ ແລະ ຜູ້ໃຊ້ແຮງງານຈຳນວນໜຶ່ງ ຍັງເຄື່ອນໄຫວບໍ່ຖຶກຕ້ອງຕາມລະ​ບຽບ​ການ ທີ່ກຳນົດໄວ້ ຊຶ່ງສະແດງອອກຜ່ານມາກວດພົບ ແຮງງານຕ່າງປະເທດ ເຄື່ອນໄຫວບໍ່ຖຶກຕ້ອງ ຈຳນວນ 646 ຄົນ ຍິງ 111 ຄົນ.

ຂ່າວ: ນາງ​ພັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version