Home ຂ່າວພາຍໃນ ຖວທ ເມືອງຈຳປາສັກມອບໂທລະໂຄ່ງ 6 ຊຸດໃຫ້ບ້ານເປົ້າໝາຍ

ຖວທ ເມືອງຈຳປາສັກມອບໂທລະໂຄ່ງ 6 ຊຸດໃຫ້ບ້ານເປົ້າໝາຍ

0

ໂດຍອີງໃສ່ແຜນການຂະຫຍາຍໂທລະໂຄ່ງໃຫ້ບ້ານເປົ້າໝາຍພາຍໃນເມືອງ ແລະ ແຂວງຈຳປາສັກ ທີ່ຜ່ານການນໍາສະເໜີຈາກຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງ ຫາ ພະແນກ ຖວທ ແຂວງ ແລະ ກະຊວງ ຖວທ ສະນັ້ນເມື່ອບໍ່ດົນມານີ້ ຫ້ອງການ ຖວທ ເມືອງ ຈຳປາສັກ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ແລະ ຕິດຕັ້ງໂທລະໂຄ່ງຕາມແຜນການແບ່ງຂອງ ກະຊວງ ຖວທ ໃຫ້ 5 ບ້ານເປົ້າໝາຍຂອງເມືອງ 6 ຊຸດ ເຊິ່ງຕາງໜ້າມອບໂດຍ ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງຈຳປາສັກ ແລະ ມີນາຍບ້ານ 5 ບ້ານເປົ້າໝາຍຂອງເມືອງດັ່ງກ່າວເຂົ້າຮ່ວມຮັບ.

ທ່ານ ນາງ ອາລຸນແສງ ແສງມະນີ ຮັກສາການຫົວໜ້າຫ້ອງການ ຖວທ ເມືອງ ກ່າວວ່າ: ຈຳນວນ 5 ບ້ານທີ່ໄດ້ຮັບໂທລະໂຄ່ງຄັ້ງນີ້ ມີ ບ້ານເມືອງກາງ ຫ້ວຍແຫ້ ໜອງແຕ້ ໂນນດີ ແລະ ບ້ານໂນນດິນດຳ ພາຍຫຼັງມອບ-ຮັບໂທລະໂຄ່ງແລ້ວ ທາງຫ້ອງການພ້ອມພະນັກງານວິຊາການ ຈະໄດ້ສືບຕໍ່ລົງ ຕິດຕັ້ງໃຫ້ສໍາເລັດ ໃນວັນທີ 11 ກໍລະກົດນີ້ ແລະ ໄດ້ແນະນຳວິທີນຳໃຊ້ ແລະ ວິທີການບໍາລຸງຮັກສາ ພ້ອມທັງການນໍາໃຊ້ ໃຫ້ອົງການປົກຄອງບ້ານເປັນຜູ້ສືບຕໍ່ນໍາໃຊ້ໂດຍມີຄູ່ມືການນໍາໃຊ້ໃຫ້ບ້ານ ເປັນບ່ອນອີງໃນການນໍາໃຊ້ ແລະ ສ້ອມແປງຂັ້ນພື້ນຖານ ໂດຍສະເພາະ ວິທີການປິດ-ເປີດ ເພື່ອໃຫ້ປະຊາຊົນພາຍໃນບ້ານຂອງຕົນໄດ້ຮັບຟັງຂໍ້ມູນຂ່າວສານຈາກວິທະຍຸກະຈາຍສຽງແຫ່ງຊາດ ແລະ ບັນດາຂໍ້ມູນຂ່າວສານຂອງເມືອງຢ່າງເປັນປົກກະຕິ ແລະ ໄດ້ນໍາໃຊ້ໂທລະໂຄ່ງເພື່ອຮັບໃຊ້ວຽກງານຕ່າງໆຂອງບ້ານໃຫ້ໄດ້ຮັບປະໂຫຍດສູງສຸດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version