Home ຂ່າວຕ່າງປະເທດ ສ. ເກົາຫລີ ຈະຊອກຫາວິທີທາງ ຮັບແຮງງານຕ່າງປະເທດ ເພີ່ມຂຶ້ນ

ສ. ເກົາຫລີ ຈະຊອກຫາວິທີທາງ ຮັບແຮງງານຕ່າງປະເທດ ເພີ່ມຂຶ້ນ

0

ອີງຕາມແຫລ່ງຂ່າວເຊອຸນ ຂອງສ. ເກົາຫລີ, ເມື່ອບໍ່ດົນມານີ້ກະຊວງການເງິນຂອງ ສ.ເກົາຫລີ ລະບຸວ່າ: ສ. ເກົາຫລີ ຈະຊອກຫາ ວິທີທາງ ໃນການຮັບ ແຮງງານ ຕ່າງປະເທດເພີ່ມຂຶ້ນ ເພື່ອແກ້ໄຂ ບັນຫາ ອັດຕາ ການເກີດ ຫລຸດລົງ ແລະ ການຂາດແຄນ ແຮງງານ ພາຍໃນປະເທດ.

ສຳນັກຂ່າວຢອນຮັບ ລາຍງານວ່າ: ທ່ານ ບັງຄີ-ຊຸນ ລັດຖະມົນຕີກະຊວງການເງິນ ຂອງ ສ.ເກົາຫລີ ກ່າວໃນລະຫວ່າງກອງປະຊຸມ ກ່ຽວກັບນະໂຍບາຍແຮງງານຕ່າງປະເທດວ່າ ສ. ເກົາຫລີ ຈຳເປັນ ຕ້ອງເຮັດວຽກ ຮ່ວມກັນ ເພື່ອໃຫ້ໄດ້ ສັນທາ ມະຕິ ທາງສັງຄົມ ວ່າ ການຮັບແຮງງານ ຕ່າງປະເທດ ແລະ ການຊຸກຍູ້ ນະໂຍບາຍ ດ້ານການ ເຂົ້າເມືອງ ແມ່ນມີ ຄວາມຈຳເປັນ ສຳລັບ ການຂະຫຍາຍຕົວ ທາງດ້ານ ເສດຖະກິດ ຢ່າງຍືນຍົງ ຂອງ ສ. ເກົາຫລີ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໃນຂະນະທີ່ ສ. ເກົາຫລີ ພວມຊອກຫາ ວິທີທາງ ໃນການເຊື້ອເຊີນ ຊາວຕ່າງປະເທດ ໃຫ້ເຂົ້າມາ ເຮັດວຽກ ຢູ່ປະເທດນີ້ ໃຫ້ຫລາຍຂຶ້ນ, ໃນຂະນະທີ່ ຈຳນວນ ປະຊາກອນ ໃນໄວເຮັດວຽກ ຄາດວ່າ ຈະມີເຖິງ 33.81 ລ້ານຄົນ ໃນປີ 2030

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version