Home ຂ່າວພາຍໃນ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄຕພ ສະໄໝທີ II

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄຕພ ສະໄໝທີ II

0

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະໄໝທີ II ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 10 ກໍລະກົດ ນີ້ ທີ່ຫ້ອງປະຊຸມຄະນະພົວພັນຕ່າງປະເທດສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ, ບັນດາສະຫາຍຄະນະບໍລິຫານງານພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ໃນຄັ້ງນີ້ແມ່ນເຫດການໆເມືອງທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ທັງແມ່ນຄວາມຈຳເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການ ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕະຫຼອດໄລຍະກາງສະໄໝທີ່ຜ່ານມາ, ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ ພ້ອມທັງຄົ້ນຄວ້າກຳນົດທິດທາງແຜນການໃນທ້າຍສະໄໝ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ມີປະສິດທິພາບ ແລະ ປະສິດທິຜົນ, ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ກໍໄດ້ທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ຂອງຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຕໍ່ບຸກຄົນໃນຄະນະບໍລິຫານງານພັກ ເພື່ອເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງ, ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ຢ່າງພາວະວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະຂອງພັກຢ່າງຖືກຕ້ອງ. ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍ ໃນຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ ໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

(ຂ່າວ: ຄຕພ, ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version