Home ຂ່າວກິລາ ຫຼຸຍ ເອັນຣິເກ ກຽມລາຍຊື່ 5 ນັກເຕະໃໝ່ ເສີມທັບ PSG

ຫຼຸຍ ເອັນຣິເກ ກຽມລາຍຊື່ 5 ນັກເຕະໃໝ່ ເສີມທັບ PSG

0

ປາຣີ ແຊງ-ແຊັກແມງ (PSG) ໄດ້ເລີ່ມຕົ້ນສູ່ຍຸກໃໝ່ພາຍໃຕ້ການຄຸມທີມຂອງ ຫຼຸຍ ເອັນຣິເກ ເຊິ່ງໄດ້ກະກຽມແຜນເສີມທັບນັກເຕະໃໝ່ເອົາໄວ້ 5 ຄົນດ້ວຍກັນ ໂດຍມີສອງເຕະຂອງ ບາເຊໂລນ່າ ໃນບັນຊີລາຍຊື່. ແນ່ນອນວ່າເປົ້າໝາຍສໍາຄັນຂອງ PSG ໃນການແຂ່ງຂັນໃນລະດູການຕໍ່ໄປ ຍັງຄົງເປັນການໄປເຖິງແຊັມ ຢູຟ່າ ແຊັມປຽນ ລີກ ໃຫ້ສໍາເລັດ ແລະ ພວກເຂົາກໍາລັງວາງເດີມພັນກັບຜູ້ຈັດການໃໝ່ຢ່າງ ຫຼຸຍ ເອັນຣິເກ ເພື່ອໃຫ້ບັນລຸເປົ້າຫມາຍ ໂດຍມີລາຍງານວ່າ ຜູ້ຈັດການຊາວແອັດສະປາຍ ໄດ້ກຽມສະເໜີລາຍຊື່ 5 ນັກເຕະໃໝ່ທີ່ເຂົາຕ້ອງການຈະດຶງມາຮ່ວມທີມແລ້ວ. ເຊິ່ງດາວເຕະຄົນທໍາອິດທີ່ຢູ່ໃນລາຍຊື່ຂອງ ເອັນຣິເກ ກໍຄື ຢູນ ກຸນເດ ກອງຫຼັງຂອງບາເຊໂລນ່າ ໂດຍຫວັງວ່າຈະໃຊ້ປະໂຫຍດຈາກຄວາມບໍ່ພໍໃຈທີ່ເຂົາມີຕໍ່ ຊາບີ ເອນານເດຊ ເພື່ອເຮັດໃຫ້ນັກເຕະຍ້າຍມາສູ່ PSG.

ແລະ ນັກເຕະ ບາເຊໂລນ່າ ອີກຄົນ ທີ່ຕົກເປັນເປົ້າໝາຍຂອງ ເອັນຣິເກ ກໍຄື ອຸສມາເນ ເດມເບເລ ທີ່ການເຈລະຈາສັນຍາສະບັບໃໝ່ກັບ ບາເຊໂລນ່າ ຢຸດສະງັກໄປ ເຊິ່ງ ເອັນຣິເກ ຫວັງວ່າຈະໃຊ້ປະໂຫຍດຈາກສະຖານະການນີ້ ດຶງນັກເຕະຍ້າຍມາຫຼິ້ນໃຫ້ກັບທີມດັງໃນແດນນໍ້າຫອມເຊັ່ນກັນ. ນອກຈາກນີ້ ຜູ້ຈັດການທີມຄົນໃໝ່ຂອງ PSG ຍັງຕ້ອງການເຊັນສັນຍາກັບນັກເຕະຊັ້ນນໍາອີກ 3 ຄົນ ປະກອບໄປດ້ວຍ ມາໂກ ອະເຊນຊິໂອ ກອງກາງຈາກ ຣິວ ມາດຣິດ ແລະ ລູຄັສ ເອນານເດຊ ກອງຫລັງຈາກ ບາເຢິນ ມິວນິກ ແລະ ມານູເອວ ອູກາເຕ ກອງກາງຈາກ ສະປໍຕິງ ລິສບອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version