Home ຂ່າວດ່ວນ ລົດເມບັນທຸກຢາບ້າ 7 ລ້ານກວ່າເມັດ ແຕ່ຖືກເຈົ້າໜ້າທີ່ຢຶດໄດ້

ລົດເມບັນທຸກຢາບ້າ 7 ລ້ານກວ່າເມັດ ແຕ່ຖືກເຈົ້າໜ້າທີ່ຢຶດໄດ້

0

ຕາມການລາຍງານຂ່າວຂອງ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາ 13 :00 ໂມງຂອງວັນທີ 4 ກໍລະກົດ 2023 ເຈົ້າໜ້າທີ່ຕໍາຫຼວດປະຈໍາຢູ່ຈຸດກວດການໍ້າທຸງ ໄດ້ກວດຄົ້ນລົດເມໂດຍສານ ຮຸນໃດສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ພົບຢາບ້າ ຈຳນວນ 7 ລ້ານກວ່າເມັດ ພ້ອມຈັບຕົວຜູ້ຖືກຫາ 4 ຄົນ.

ລົດເມຄັນດັ່ງກ່າວ ແລ່ນມາແຕ່ທາງເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ເມື່ອມາຮອດຈຸດກວດການໍ້າທຸງ ເຈົ້າໜ້າທີ່ໄດ້ສົ່ງສັນຍານໃຫ້ລົດຄັນດັ່ງກ່າວໃຫ້ຈອດເພື່ອກວດກາ.

ຈາກນັ້ນ ເຈົ້າໜ້າທີ່ໄດ້ກວດຄົ້ນ ພົບເຫັນຢາບ້າຈຳນວນ 3.565 ມັດ, ເທົ່າກັບ 7.130.000 ເມັດ ແລະ ຢາເຄຕາມິນຈໍານວນ 193 ຫໍ່ ທີ່ຊຸກເຊື່ອງຢູ່ພື້ນລົດກ້ອງບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ ພ້ອມທັງກັກຕົວຜູ້ ຖືກຫາໄດ້ 4 ຄົນຄື: ທ້າວ ໄລ ຢາງ, ທ້າວ ຮາ ຢາງ, ທ້າວ ຕູ້ ລີ ແລະ ທ້າວ ເພຍ ຢ່າງ ມາສືບສວນ-ສອບສວນ ເພື່ອ ຂະຫຍາຍຜົນ.

ຂ່າວ: ປກສ ແຂວງບໍ່ແກ້ວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version