Home ຂ່າວໜ້າໜຶ່ງ ສະພາ ສະ​ເໜີ​ໃຫ້ຂົງເຂດຍຸຕິທໍາເອົາໃຈໃສ່ຕໍ່ການປະຕິບັດວຽກງານໃຫ້ເຂັ້ມງວດຕື່ມ

ສະພາ ສະ​ເໜີ​ໃຫ້ຂົງເຂດຍຸຕິທໍາເອົາໃຈໃສ່ຕໍ່ການປະຕິບັດວຽກງານໃຫ້ເຂັ້ມງວດຕື່ມ

0

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 4 ກໍລະກົດ ນີ້ ພາຍ​ໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເ​ຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ໄດ້​ປະ​ກອບ​ຄຳ​ເຫັນ ຕໍ່ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ.

ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະ​ບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຊຶ່ງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້ເນັ້ນບາງບັນຫາ ເປັນຕົ້ນ

1) ໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ 4 ສະບັບດັ່ງກ່າວ ໂດຍສະເພາະ ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ເປັນຕົ້ນພະນັກງານທີ່ ຮັບຜິດຊອບໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາ ແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ຕໍ່ເນື້ອໃນ ຂອງກົດໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ ໃຫ້ສູງຂຶ້ນ ໂດຍຕິດພັນກັບການ ວາງມາດຕະການສະກັດກັ້ນ ແລະ ແກ້ໄຂ ບັນດາປະກົດການ ແລະ ພຶດຕິກໍາ ທີ່ເປັນການລະເມີດກົດໝາຍ ຢ່າງເຂັ້ມງວດ

2) ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຮີບຮ້ອນປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຜັນຂະຫຍາຍບັນດາມາດຕາຂອງແຕ່ລະກົດໝາຍທີ່ກໍານົດ ອອກເປັນນິຕິກໍາໃຕ້ກົດໝາຍ ເພື່ອເຮັດໃຫ້ມາດຕາເຫຼົ່ານັ້ນໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ; ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງພາກ, ໝວດ ແລະ ມາດຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າ ບໍ່ສອດຄ່ອງ ຫຼື ຊໍ້າຊ້ອນກັບມາດຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍດັ່ງກ່າວ ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ສາມາດປະຕິບັດໄດ້

3) ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ອົງການທີ່ຮັບຜິດຊອບການດຳເນີນຄະດີຕາມຂະບວນການຍຸຕິທຳ ຕ້ອງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ຕິດພັນກັບການກຳນົດພາລະບົດບາດ, ສິດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ມີປະສິດທິພາບ ແລະ ປະສິດທິຜົນ

4) ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີການບຳລຸງສ້າງ ຖັນແຖວບຸກຄະລາກອນທີ່ຮັບຜິດຊອບການດຳເນີນຄະດີຕາມຂະບວນການຍຸຕິທຳ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ ແລະ ຈັນຍາທຳ ໃຫ້ໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ, ຄວາມສຳນິຊຳນານງານ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ວຽກງານ, ພ້ອມທັງຊຸກຍູ້ ຕິດຕາມກວດກາການປະຕິບັດໜ້າທີ່ ແຕ່ລະໄລຍະ ແນໃສ່ສະກັດກັ້ນ ພະຍາດອາດຍາສິດ, ການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ, ແກ້ໄຂຫາງສຽງ ແລະ ປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນໃຫ້ຫຼຸດລົງ ຢ່າງເປັນຮູບປະທໍາ

5) ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນ ການດຳເນີນຄະດີຕາມຂະບວນການຍຸຕິທໍາ ປັບປຸງກົນໄກ ການດຳເນີນຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິ ໄສ, ມີຄວາມໂປ່ງໃສ ແລະ ເປັນທຳຢ່າງແທ້ຈິງ; ຮັບປະກັນສິດສະເໝີພາບ ຂອງພົນລະເມືອງຕໍ່ໜ້າກົດ ໝາຍ ຜູ້ກະທໍາຜິດຕ້ອງຖືກລົງໂທດຢ່າງເຂັ້ມງວດ ແລະ ຜູ້ບໍລິສຸດເດັດຂາດ ບໍ່ໃຫ້ຖືກລົງໂທດ; ການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ຕ້ອງຖືເອົາການສຶກສາອົບຮົມແນວຄິດເປັນພື້ນຖານ, ເອົາການໄກ່ເກ່ຍເປັນວິທີການແກ້ໄຂໃນເບື້ອງຕົ້ນ ແລະ ເອົາການຕັດສິນຂອງສານ ເປັນມາດຕະການສຸດທ້າຍ

6) ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃຫ້ສືບຕໍ່ທົບທວນ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາໃຫ້ທັນກັບສະພາບການ ແລະ ແທດເໝາະກັບສະພາບເປັນຈິງ

7) ລັດຖະບານ ເພີ່ມທະວີການຊີ້ນຳອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການປະຕິບັດຄໍາຕັດສິນຂອງສານ ຍົກສູງຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຄົ້ນຄວ້າ ເພີ່ມຈຳນວນລັດຖະກອນ, ງົບປະມານ, ອຸປະກອນ ແລະ ເຕັກນິກ ທີ່ຈຳເປັນໃຫ້ແກ່ ອົງການທີ່ຮັບຜິດຊອບ ໃນການດຳເນີນຕະດີຕາມຂະບວນການຍຸຕິທຳ ໂດຍສະເພາະແມ່ນ ສານປະຊາຊົນ ແລະ ອົງການໄອຍະການ ປະຊາຊົນ ຂັ້ນຕ່າງໆ ໃຫ້ສາມາດຕອບສະໜອງໜ້າທີ່ການເມືອງ ແຕ່ລະໄລຍະ

ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພີ່ມທະວີການຕິດຕາມ, ກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍຂົງເຂດຍຸຕິທຳ ໃຫ້ເປັນລະບົບຕໍ່ເນື່ອງ, ຕິດຕາມກວດກາ ແລະ ຊຸກຍູ້ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຕ່າງໆ ເພື່ອລາຍງານ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແຕ່ລະໄລຍະ.

(ຂ່າວ: ແສງຈັນ, ພາບ: ສໍານານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version