Home ຂ່າວກິລາ ສື່ເປີດເຜີຍ 1 ເງື່ອນໄຂ ເຮັດໃຫ້ “ເອັມບັບເປ” ປ່ຽນໃຈຍ້າຍທີມໃນລະດູຮ້ອນນີ້

ສື່ເປີດເຜີຍ 1 ເງື່ອນໄຂ ເຮັດໃຫ້ “ເອັມບັບເປ” ປ່ຽນໃຈຍ້າຍທີມໃນລະດູຮ້ອນນີ້

0

ສື່ດັງຂອງແອັດສະປາຍ ລາຍງານຂ່າວວ່າ ຄີລີຢັນ ເອັມບັບເປ ຕ້ອງການຄ່າຈ້າງເປັນແພັກເກັດສູງເຖິງ 240 ລ້ານເອີໂຣ ຫາກຈະໃຫ້ຍ້າຍອອກຈາກທີມໃນລະດູຮ້ອນນີ້.

ວັນທີ 3 ກໍລະກົດ 2023 ຄວາມເຄື່ອນໄຫວຂອງຕະຫຼາດຊື້-ຂາຍນັກເຕະບານເອີຣົບ ຍັງຄົງຄຶກຄັກໃນລະດູຮ້ອນນີ້ ເພາະເມື່ອບໍ່ດົນມານີ້ ມີຂ່າວວ່າ ຄີລີຢັນ ເອັມບັບເປ ກອງໜ້າຂອງ ປາຣີ ແຊັງແຊັກແມັງ ມີໂອກາດຈະຍ້າຍທີມ ຖ້າໄດ້ 1 ເງື່ອນໄຂຕາມທີ່ຕ້ອງການ.

ເອັມບັບເປ ຍິງໄປ 41 ປະຕູຈາກ 43 ນັດໃຫ້ກັບ “PSG” ນຳພາທີມຄວ້າແຊັມລີກ 1 ລະດູການ 2022-23 ໄດ້ຢ່າງສຳເລັດຜົນ ແລະ ປັດຈຸບັນຢູ່ລະຫວ່າງການພັກຜ່ອນລະຫວ່າງປິດລະດູການ ໂດຍອະນາຄົດຂອງເຂົາບໍ່ແນ່ນອນ ເພາະເຫຼືອສັນຍາກັບຕົ້ນສັງກັດເຖິງແຕ່ເດືອນມິຖຸນາ 2024 ເທົ່ານັ້ນ

ລາຍງານລະບຸວ່າ ສາເຫດທີ່ເຮັດໃຫ້ນັກເຕະແຊັມໂລກ 2018 ບໍ່ຕໍ່ສັນຍາກັບທີມ ເປັນເພາະການຍົກຍ້າຍທີມຂອງ ລີໂອເນວ ເມສຊີ ລວມເຖິງຂໍ້ບົກພ່ອງຂອງ “PSG”.

ຫຼ້າສຸດ ມາກາ ສື່ມວນຊົນຂອງແອັດສະປາຍ ລາຍງານຂ່າວວ່າ ເງື່ອນໄຂການຍ້າຍຂອງ ຄີລີຢັນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ຂອງ ປາຣີ ແຊັງ-ແຊັກແມັງ ໃນລະດູຮ້ອນນີ້ ຄືຕ້ອງໄດ້ຄ່າຈ້າງເປັນແພກເກັດສູງເຖິງ 240 ລ້ານເອີໂຣ (ປະມານ 206 ລ້ານປອນ)

ຢ່າງໃດກໍຕາມ, ທີມເງິນຫຼາຍທີ່ຕົກເປັນຂ່າວສົນໃຈໃນຕົວ ເອັມບັບເປ ມາຕະຫຼອດຢ່າງ ຣິວ ມາດຣິດ ຖືກລາຍງານວ່າຍັງມີຄວາມສົນໃຈໃນນັກເຕະຄົນນີ້ຢູ່ ແຕ່ຈະລໍຖ້າໃຫ້ກາຍເປັນນັກເຕະບໍ່ມີຄ່າຕົວໃນລະດູຮ້ອນຕໍ່ໄປ ຈຶ່ງຄ່ອຍຄວ້າຕົວມາຮ່ວມທີມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version