Home ຂ່າວກິລາ ຣີວ ມາດຣິດ ຍື່ນຂໍ້ສະເໜີ 250 ລ້ານ ຂໍຊື້ “ເອັມບັບເປ”

ຣີວ ມາດຣິດ ຍື່ນຂໍ້ສະເໜີ 250 ລ້ານ ຂໍຊື້ “ເອັມບັບເປ”

0

ຄີລີຢັນ ເອັມບັບເປ ກອງໜ້າຊາວຝຣັ່ງ ທີ່ເຫຼືອສັນຍາຢູ່ໃນຖິ່ນ ປາກ ເດ ແພຣງ ເຖິງພຽງແຕ່ລະດູຮ້ອນໜ້າ ແຕ່ເຖິງວ່າຈະເປັນແນວນັ້ນ ຜູ້ກ່ຽວກໍສະແດງອອກຢ່າງຈະແຈ້ງວ່າບໍ່ຕ້ອງການທີ່ຈະຕໍ່ສັນຍາ ເຊິ່ງໝາຍຄວາມວ່າເຂົາສາມາດທີ່ຈະຍ້າຍທີມແບບອິດສະລະ ແລະ ແນ່ນອນວ່າ “PSG” ບໍ່ຕ້ອງການຈະສູນເສຍ ເອັມບັບເປ ໄປແບບບໍ່ມີຄ່າຕົວ ດ້ວຍເຫດນັ້ນ ເຂົາຈຶ່ງມີຄວາມຄິດທີ່ຈະຂາຍຕົວນັກເຕະອອກໄປໃນລະດູຮ້ອນນີ້ ແລະ ຄ່າຕົວຕ້ອງມີຄວາມສອດຄ່ອງ.

ທັງນີ້ ສື່ດັງເທິງເວທີ ທວິດເຕີ ຢ່າງ PSG Community ກໍໄດ້ລາຍງານຂ່າວວ່າ ຣີວ ມາດຣິດ ຕົກລົງເງື່ອນໄຂໃນການເຊັນສັນຍາກັບ ເອັມບັບເປ ໄດ້ແລ້ວ ໂດຍຈະຈ່າຍຄ່າຕົວລ່ວງໜ້າ 200 ລ້ານເອີໂຣ ພ້ອມເງິນໂບນັສອີກ 50 ລ້ານເອີໂຣ.

ຫາກເປັນຕາມການລາຍງານຂອງສື່ຂ້າງເທິງນັ້ນ ເອັມບັບເປ ຈະໄດ້ຄ່າຕົວຢູ່ທີ່ 250 ລ້ານເອີໂຣ ແລະ ກາຍເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດໃນໜ້າປະຫວັດສາດ ແຊງ “ເນມາ” ທີ່ຍ້າຍຈາກ ບາເຊໂລນາ ມາຢູ່ກັບ ປາຣີ ແຊງ-ແຊກແມງ ດ້ວຍຄ່າຕົວ 222 ລ້ານເອີໂຣ.

ຢ່າງໃດກໍຕາມ ສໍາລັບກໍລະນີນີ້ ຍັງຄົງຕ້ອງລໍຖ້າເບິ່ງກັນຕໍ່ໄປ ເພາະຫາກເບິ່ງຕາມຄວາມເປັນຈິງແລ້ວ ເອັມບັບເປ ຈະໝົດສັນຍາໃນໄລຍະລະດູຮ້ອນໜ້າ ເຊິ່ງກໍໝາຍຄວາມວ່າເຂົາສາມາດເຊັນສັນຍາລ່ວງຫນ້າກັບທີມໃດກໍໄດ້ ແລະ ເບິ່ງຄືວ່າບໍ່ຫນ້າຈະເປັນໄປ ທີ່ ຣິວ ມາດຣິດ ຈະຍອມທຸ່ມເທເງິນມະຫາສານໃນລະດູຮ້ອນນີ້ ແຕ່ຖ້າຫາກເປັນເລື່ອງຈິງແລ້ວ ກໍຖືວ່າ ຣີວ ມາດຣິດ ຈະໄດ້ກອງໜ້າລະດັບໂລກເຂົ້າມາເສີມທັບແທນ ຄາຣິມ ເບນເຊມາ ທີ່ຍ້າຍໄປຢູ່ກັບ ອັລ-ອິຕິຮັດ ທີມໃນລີກ ຊາອຸດິ.ອາຣະເບຍ ໄດ້ຢ່າງລົງຕົວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version