Home ຂ່າວກິລາ ສະຫະພັນປິ່ງປ່ອງແຫ່ງຊາດ ຍ້ອງຍໍຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມລາຍການເຍົາວະຊົນ ຊີງແຊ໋ມອາຊຽນ 2023

ສະຫະພັນປິ່ງປ່ອງແຫ່ງຊາດ ຍ້ອງຍໍຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມລາຍການເຍົາວະຊົນ ຊີງແຊ໋ມອາຊຽນ 2023

0

ສະຫະພັນກິລາປິ່ງປ່ອງແຫ່ງຊາດ ໄດ້ຈັດງານລ້ຽງຕ້ອນຮັບ ແລະ ຍ້ອງຍໍ ຜູ້ໃຫ້ການອຸປະຖໍາ, ຄູຝຶກ ແລະ ນັກກິລາ ທີ່ກັບມາແຕ່ການເຂົ້າຮ່ວມແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ ຊີງແຊ໋ມອາຊຽນ ປະຈຳປີ 2023 ທີ່ປະເທດບຣູໄນ ເປັນເຈົ້າພາບ ເມື່ອຕອນຄໍ່າວັນທີ 26 ມິຖຸນາ 2023 ທີ່ໂຮງແຮມແມ່ຂອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໃນພິທີ, ທ່ານ ນາງ ດາລາວອນ ມະນີຈັນ ຄູຝຶກກິລາປິ່ງປ່ອງທີມຊາດລາວ ໄດ້ລາຍງານໃຫ້ຊາບວ່າ: ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ ຊີງແຊ໋ມອາຊຽນ ປະຈຳປີ 2023 ທີ່ປະເທດບຣູໄນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-18 ມິຖຸນາ 2023 ມີ 9 ປະເທດ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ປະກອບມີ: ບຣູໄນ ເຈົ້າພາບ, ສິງກະໂປ, ຟິລິບປິນ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ສປປ ລາວ, ໄທ ແລະ ກຳປູເຈຍ ໂດຍມີການຊີງໄຊ 7 ລາຍການ ຈາກປະເພດທີມ, ປະເພດດ່ຽວ ແລະ ປະເພດຄູ່. ນອກນັ້ນ ຍັງລາຍການພິເສດອີກ 2 ລາຍການ (ຄືນັກກິລາມືໃໝ່ ຍັງບໍ່ມີອັນດັບ ຫຼື ເແຣງກິ້ງ). ສ່ວນສະຫະພັນກິລາປິ່ງປ່ອງແຫ່ງຊາດລາວເຮົາສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພຽງແຕ່ 4 ຄົນ, ຍິງ 3 ຄົນ ໃນຮຸ່ນອາຍຸບໍ່ເກີນ 15 ປີ.

ສໍາລັບຜົນການແຂ່ງຂັນ ປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຊະນະ ບຣູໄນ 3-0 ເຊັດ ແຕ່ເສຍໃຫ້ ອິນໂດເນເຊຍ 2-3 ເຊັດ ເລີຍໄດ້ພຽງຫຼຽນທອງ. ສ່ວນລາຍການພິເສດ ນັກກິລາມືໃໝ່ ທ້າວ ພົງສະຫວັນ ແສງມະນີ ຄວ້າໄດ້ຫຼຽນຄໍາ ປະເພດຊາຍດ່ຽວ, ນາງ ທິບພາວັນ ໄຊເພັດວົງ ໄດ້ຫຼຽນຄໍາ ປະເພດຍິງດ່ຽວ ແລະ ນາງ ຈຸຕິພອນ ສີສົມບູນ ອາຍຸ 11 ປີ ໄດ້ຫຼຽນທອງປະເພດດ່ຽວຍິງ ຊຶ່ງເປັນນັກກິລາທີ່ໄດ້ຫຼຽນຄໍາໃນກິລາແຫ່ງຊາດ ຄັ້ງທີ 11 ທີ່ຊຽງຂວາງ ອາຍຸນ້ອຍທີ່ສຸດໃນລາວ ໂດຍທັງ 4 ຄົນເປັນນັກກິລາຈາກສະຫະພັນກິລາປິ່ງປ່ອງແຂວງຈໍາປາສັກ ແລະ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ວາກາ ຜະລິດອຸປະກອນກິລາປິ່ງປ່ອງແຫ່ງຣາຊະອານາຈັກໄທ ກໍຄືທ່ານ ກີລາຕີ ວໍຣະສັກສິຣິ ໃນການເຂົ້າຮ່ວມແຂ່ງຂັນ ລວມມູນຄ່າ 47 ລ້ານກວ່າກີບ ຫຼື 2.500 ໂດລາສະຫະລັດ.

ໃນໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ຕ່າງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ ກ່າວຍ້ອງຍໍຊົມເຊີຍຄະນະສະຫະພັນກິລາປິ່ງປ່ອງແຫ່ງຊາດ, ຜູ້ໃຫ້ການອຸປະຖໍາ, ຄູຝຶກ ແລະ ນັກກິລາ ພ້ອມທັງມອບເງິນສົດເປັນຂອງຂວັນລາງວັນໃຫ້ນັກກິລາ ລວມ 3 ລ້ານກວ່າກີບ ແລະ ມອບໃບຍ້ອງຍໍຂັ້ນກະຊວງ ໃຫ້ຜູ້ອຸປະຖໍາ, ຄູຝຶກ ແລະ ນັກກິລາ. ຂະນະດຽວກັນ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດ ໄດ້ມອບອຸປະກອນຝຶກແອບໃຫ້ນັກກິລາ ລວມເປັນເງິນອີກ 10 ລ້ານກີບ.

ສະຫຼຸບຫຼຽນລາງວັນ ການແຂ່ງຂັນປິ່ງປ່ອງເຍົາວະຊົນ ຊີງແຊ໋ມອາຊຽນ ປະຈຳປີ 2023 ອັນດັບທີ 1 ໄທ ຍາດໄດ້ 6 ຫຼຽນຄຳ, 7 ຫຼຽນເງິນ ແລະ 7 ຫຼຽນທອງ ຄອງເຈົ້າຫຼຽນຄຳລາຍການນີ້ 2 ສະໄໝຕິດຕໍ່ກັນ; ອັນດັບທີ 2 ສິງກະໂປ ຍາດໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ ແລະ 5 ຫຼຽນທອງ; ອັນດັບທີ 3 ຟິລິບປິນ ຍາໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ; ອັນດັບທີ 4 ອິນໂດເນເຊຍ ຍາໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ; ອັນດັບທີ 5 ຫວຽດນາມ ຍາດໄດ້ 1 ຫຼຽນຄຳ ແລະ 5 ຫຼຽນທອງ; ອັນດັບທີ 6 ມາເລເຊຍ ຍາດໄດ້ 1 ຫຼຽນເງິນ ແລະ 5 ຫຼຽນທອງ; ອັນດັບທີ 7 ສປປ ລາວ ຍາດໄດ້ 1 ຫຼຽນທອງ; ອັນດັບທີ 8 ຮ່ວມ ກຳປູເຈຍ ແລະ ບຣູໄນ ເຈົ້າພາບ ບໍ່ສາມາດຍາດໄດ້ຈັກຫຼຽນ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂໍ້ມູນ-ພາບ: ສະຫະພັນປິ່ງປ່ອງແຫ່ງຊາດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version