Home ຂ່າວພາຍໃນ ເປີດວາງສະແດງຮູບພາບບັນດາມໍລະດົກໂລກຂອງຫວຽດນາມ ແລະ ລາວ

ເປີດວາງສະແດງຮູບພາບບັນດາມໍລະດົກໂລກຂອງຫວຽດນາມ ແລະ ລາວ

0

ສະຖາບັນວິຈິດສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ສປປ ລາວ ຮ່ວມກັບກົມວິຈິດສິນ, ຮູບຖ່າຍ ແລະ ວາງສະແດງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຈັດງານວາງສະແດງຮູບພາບ “ບັນດາມໍລະດົກໂລກຂອງຫວຽດນາມ ແລະ ລາວ” ໃນວັນທີ 23-29 ມິຖຸນາ 2023 ທີ່ສູນວັດທະນະທໍາຫວຽດນາມປະຈໍາລາວ ໂດຍມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງ ຖວທ, ຜູ້ຕ່າງໜ້າຈາກສະຖານທູດບັນດາປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ ໂດຍຮູບພາບທີ່ນໍາມາວາງສະແດງຄັ້ງນີ້, ປະກອບມີ 180 ພາບ.

ທ່ານ ສີສຸກ ແກ້ວວົງຊາຍ ຜູ້ອໍານວຍການສະຖາບັນວິຈິດສິນ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ເປັນການວາງສະແດງຮູບພາບກ່ຽວກັບມໍລະດົກໂລກດ້ານວັດທະນະທຳ, ທຳມະຊາດຂອງຫວຽດນາມ ທີ່ວາງສະ ແດງໂດຍນັກຖ່າຍຮູບທີ່ມີຊື່ສຽງຂອງລາວ ແລະ ຫວຽດນາມຫລາຍທ່ານ ໄດ້ບັນທຶກຄວາມງາມ, ຄຸນຄ່າ ແລະ ຄວາມໝາຍອັນໃຫຍ່ຫລວງຂອງມໍລະດົກໃນຍຸກປັດຈຸບັນ, ຮູບພາບ ທີ່ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີຊີວິດຊີວາ, ຄວາມສວຍສົດງົດງາມຂອງທິວທັດທຳມະຊາດ, ທຳມະຊາດທີ່ກ່ຽວພັນກັບບົດກາວີ, ຜົນງານອັນດີເລີດຂອງຜູ້ສ້າງ ຫລື ຜົນງານສະຖາປັດຕະຍະກຳບູຮານ, ບັນທຶກເລື່ອງລາວທາງປະຫວັດສາດ, ວັດທະນະທຳ, ແນວຄິດຈິດໃຈ, ຄວາມຮູ້, ຮີດຄອງປະເພນີ, ຄວາມເຊື່ອຖື, ຄວາມສວຍງາມຂອງ ລາວ ແລະ ຫວຽດນາມ. ພ້ອມກັນນີ້, ການຈັດງານດັ່ງກ່າວ ຍັງເປັນການເພີ່ມທະວີການແລກປ່ຽນ, ການຮ່ວມມືທາງດ້ານສິລະປະ-ວັດທະນະທຳລະ ຫວ່າງ 2 ປະເທດ ກໍຄື ຂອງສອງກະຊວງ.

ທ່ານ ໂງ໋ຕວນຟອງ ຮອງຫົວໜ້າກົມ ວິຈິດສິນການຖ່າຍຮູບ ແລະ ວາງສະແດງ ກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທໍາອິດ ທີ່ງານວາງສະແດງຮູບພາບ ແນະນຳມໍລະດົກໂລກດ້ານວັດທະນະທຳ, ທຳມະຊາດ ຂອງຫວຽດນາມ ລວມມີ 26 ແຫ່ງ ແລະ ມໍລະດົກໂລກດ້ານວັດທະນະທໍາ ຂອງລາວມີ 3 ແຫ່ງ ໄດ້ຈັດຂຶ້ນຢູ່ລາວ, ຮູບຖ່າຍ 180 ແຜ່ນ ທີ່ໄດ້ນຳມາໃຫ້ປະຊາຊົນທົ່ວໄປ ໄດ້ຊົມຮູບພາບທີ່ມີຊີວິດຊີວາ. ພ້ອມນີ້, ທ່ານຍັງໄດ້ແດງຄວາມຂອບໃຈມາຍັງບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ລາວ ທີ່ໄດ້ປະສານສົມທົບ, ທີ່ໄດ້ເອື້ອອຳນວຍຄວາມສະດວກ ແລະ ບັນດານັກສິລະປິນຮູບພາບໄດ້ສົມທົບກັນສະໜອງອຸປະກອນໃຫ້ງານວາງສະແດງຮູບພາບ “ບັນດາມໍລະດົກໂລກ ຂອງ ຫວຽດນາມ ແລະ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍ.

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version