Home ຂ່າວຕ່າງປະເທດ ສິງກະໂປ ເປັນເມືອງທີ່ມີສິນຄ້າແພງທີ່ສຸດໃນໂລກ

ສິງກະໂປ ເປັນເມືອງທີ່ມີສິນຄ້າແພງທີ່ສຸດໃນໂລກ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສິງກະໂປນຳໜ້າຊຽງໄຮ້ ກາຍເປັນເມືອງທີ່ມີສິນຄ້າລາຄາແພງທີ່ສຸດໃນໂລກ ຊຶ່ງລາຄາຍານພາຫະນະ ແລະ ປະກັນສຸຂະພາບສູງກວ່າຄ່າສະເລ່ຍໂລກ 133% ແລະ 109% ຕາມລຳດັບ.

ສິງກະໂປນຳໜ້າຮົງກົງ, ລອນດອນ ແລະ ນິວຢອກ ກາຍເປັນເມືອງທີ່ມີສິນຄ້າ ແລະ ການບໍລິການລາຄາແພງທີ່ສຸດສຳລັບຄົນມີຖານະ. ບົດລາຍງານຄວາມໝັ້ນຄົງ ແລະ ວິຖີຊີວິດ (Lifestyle) ລະດັບໂລກຂອງຈູລຽສ ແບ (Julius Bear) ລະບຸວ່າ: ລົດໃຫຍ່ ແລະ ປະກັນສຸຂະພາບທີ່ຈຳເປັນໃນສິງກະໂປລາຄາແພງກວ່າຄ່າສະເລ່ຍໂລກທີ່ 133% ແລະ 109% ຕາມລຳດັບ, ສິນຄ້າສຳຄັນ 12 ປະເພດ ແລະ ການບໍລິການ 8 ປະເພດທີ່ມີລາຄາແພງສະທ້ອນໃຫ້ເຫັນເຖິງການໃຊ້ຈ່າຍຂອງຄົນທີ່ມີລາຍໄດ້ສູງ. ບົດລາຍງານລະບຸວ່າ: ຄວາມຕ້ອງການບ່ອນຢູ່ອາໄສເພີ່ມສູງຂຶ້ນ ສະຖານທີ່ການສຶກສາຢູ່ໃນລະດັບທີ່ດີ ແລະ ຄ່າຄອງຊີບຂອງຄົນໃນສິງກະໂປກໍສູງເຊັ່ນດຽວກັນ. ສິງກະໂປ ມີສະຖຽນລະພາບທາງດ້ານການເມືອງ ແລະ ເກັບພາສີຖືກ ເປັນໜຶ່ງໃນເມືອງທຳອິດຂອງອາຊີທີ່ຜ່ອນຄາຍມາດຕະການຄວບຄຸມພະຍາດໂຄວິດ-19 ແລະ ເລີ່ມມີປະຊາກອນທີ່ມີຄວາມໝັ້ນຄົງຫຼັ່ງໄຫຼເຂົ້າປະເທດຫຼາຍຂຶ້ນ.

ທັງນີ້, ຊຽງໄຮ້ ທີ່ເຄີຍຄອງອັນດັບ 1 ຂອງເມືອງທີ່ມີສິນຄ້າ ແລະ ການບໍລິການແພງທີ່ສຸດໃນປີຜ່ານມາ ຂະນະນີ້ຫຼຸດລົງໄປຢູ່ອັນດັບທີ 2 ຊຶ່ງປັດໄຈທີ່ເຮັດໃຫ້ອັນດັບຫຼຸດລົງສ່ວນໜຶ່ງມາຈາກມາດຕະການຄວບຄຸມພະຍາດໂຄວິດ-19 ທີ່ຍາວນານກວ່າເມືອງອື່ນໆສ່ວນຮົງກົງຢູ່ອັນດັບທີ 3.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version