Home ຂ່າວພາຍໃນ ຮອງນາຍົກລົງຕິດຕາມຄວາມຄືບໜ້າການກໍ່ສ້າງໂຮງແຮມອຳມະລີວຽງຈັນ ແລະ ໂຮງແຮມໂຄຊີ

ຮອງນາຍົກລົງຕິດຕາມຄວາມຄືບໜ້າການກໍ່ສ້າງໂຮງແຮມອຳມະລີວຽງຈັນ ແລະ ໂຮງແຮມໂຄຊີ

0

ວັນທີ 20 ມິຖຸນາ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງໂຮງແຮມອຳມະລີວຽງຈັນ ຕັ້ງຢູ່ ບ້ານ ວັດຈັນ ແລະ ໂຮງແຮມໂຄຊີ ຕັ້ງຢູ່ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ແລະ ທ່ານ ຮົວ ແສງອາລຸນ ປະທານ ບໍລິສັດ ຕັງຈະເລີນ ກຣຸບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​ ໃນໂອກາດນີ້ ທ່ານ ພຶດສະພາ ພູມມະສັກ ແລະ ທ່ານ ຮົວ ແສງອາລຸນ ໄດ້ລາຍງານຄວາມຄືບໜ້າໂຄງການກໍ່ສ້າງດັ່ງກ່າວວ່າ: ໂຄງການກໍ່ສ້າງໂຮງແຮມອຳມະລີວຽງຈັນ ແລະ ໂຮງແຮມໂຄຊີເປັນໂຄງການຮ່ວມມືກໍ່ສ້າງລະຫວ່າງບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ແລະ ບໍລິສັດຕັງຈະເລີນກຣຸບ ເຊິ່ງໂຄງການກໍ່ສ້າງໂຮງແຮມອຳມະລີວຽງຈັນໄດ້ອອກແບບການກໍ່ສ້າງໃຫ້ເປັນໂຮງແຮມທີ່ທັນສະໄໝ ມີລະບົບການບໍລິການຄົບຮູບແບບ ແລະ ເປັນໂຮງແຮມ 5 ດາວ ຕັ້ງຕິດກັບແມ່ນໍ້າຂອງໂດຍມີການອອກແບບການກໍ່ສ້າງອາຄານໃຫ້ມີຄວາມໂຄ້ງຄ້າຍຄືກັບແມ່ນໍ້າຂອງ ແລະ ວັດສະດຸທີ່ນຳມາກໍ່ສ້າງແມ່ນມີຄຸນນະພາບສູງ ເຊິ່ງໂຄງການດັ່ງກ່າວມີຄວາມສູງ 56 ແມັດ ມີພື້ນທີ່ກໍ່ສ້າງທັງໝົດ 29.000 ຕາແມັດ ປະກອບມີ 14 ຊັ້ນ ປະກອບມີ 248 ຫ້ອງ ໃນນີ້ລວມມີຫ້ອງປະຊຸມຂະໜາດໃຫຍ່ລະດັບສາກົນ ພ້ອມທັງຍັງມີຫ້ອງຈັດງານລ້ຽງ ຮ້ານອາຫານ ສະຖານທີ່ອອກກຳລັງກາຍ ສະລອຍນໍ້າ ແລະ ມີຊັ້ນດາດຟ້າທີ່ສາມາດເບີ່ງເຫັນວິວນໍ້າຂອງ ແລະ ຕົວເມືອງວຽງຈັນໄດ້ແບບ 360 ອົງສາ ເໝາະເປັນສະຖານທີ່ສະຫຼອງໃນເທສະການຕ່າງໆ.

ປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າ 45% ແລະ ຄາດວ່າຈະເປີດຢ່າງເປັນທາງການໃນເດືອນພຶດສະພາ 2024 ແລະ ໂຮງແຮມໂຄຊີ ເປັນໂຮງແຮມ 4 ດາວ ທີ່ມີທີ່ຕັ້ງຕິດກັບສວນນໍ້າພຸຊຽງຍືນ ເຊິ່ງເປັນສະຖານທີ່ທາງປະຫວັດສາດອັນຍາວນານຕິດພັນກັບປະຊາຊົນລາວ ພາຍໃນໂຮງແຮມມີທັງໝົດ 98 ຫ້ອງ ມີສະລອຍນໍ້າຊັ້ນ rooftop ດາດຟ້າສາມາດເບິ່ງວິວຕົວເມືອງນະຄອນຫຼວງວຽງຈັນ ແລະ ວິວນໍ້າຂອງ ປັດຈຸບັນການກໍ່ສ້າງມີຄວາມຄືບໜ້າ 40% ແລະ ຄາດວ່າຈະໃຫ້ສຳເລັດ ແລະ ເປີດຢ່າງເປັນທາງການໃນເດືອນພະຈິກ 2023 ເພື່ອກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ລາວໄດ້ເປັນເຈົ້າພາບ.

#vientianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version