Home ຂ່າວດ່ວນ ຢາສູບໄຟຟ້າ ພວມເປັນກະແສໃນໄວໜຸ່ມ

ຢາສູບໄຟຟ້າ ພວມເປັນກະແສໃນໄວໜຸ່ມ

0

ຜ່ານການຕິດຕາມໃນສື່ສັງຄົມອອນລາຍເຫັນວ່າ ປັດຈຸບັນຢາສູບໄຟຟ້າ ມີການລະບາດໜັກໃນເດັກນ້ອຍນັກຮຽນ ແລະ ໄວໜຸ່ມ. ທັງມີການຊື້້ຂາຍກັນຢ່າງເປີດເຜີຍ ໃນສື່ສັງຄົມອອນລາຍ, ອັນເຮັດໃຫ້ກຸ່ມນັກຮຽນ ແລະ ໄວໜຸ່ມ ທີ່ຍັງຮູ້ເທົ່າບໍ່ເຖິງການ ສ່ວນຫລາຍຄິດວ່າເປັນສິນຄ້າ ທຳມະດາ ແລະ ບໍ່ເປັນອັນ ຕະລາຍຕໍ່ສຸຂະພາບ. ແຕ່ຄວາມຈິງແລ້ວ, ຢາສູບໄຟຟ້າ ເປັນໜຶ່ງຜະລິດຕະພັນຢາສູບ ທີ່ມີສານເສບຕິດຊະນິດນີໂກຕິນ ທີ່ເປັນອັນຕະລາຍຕໍ່ສຸຂະພາບອັນຮ້າຍແຮງຕໍ່ຜູ້ສູບໃນໄລຍະຍາວ ແລະ ເຖິງຂັ້ນເສຍຊີວິດ.

ເມື່ອບໍ່ດົນນີ້, ທາງວິຊາການຂອງກະຊວງສາທາລະນະສຸກ ທ່ານ ນາງ ພອນສະຖຽນ ໄຊຍະລາສີ ວິຊາການ ພະແນກຄຸ້ມຄອງວຽກງານ ສົ່ງເສີມສຸຂະພາບກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ຍົກວ່າ: ປັດຈຸບັນຢາສູບໄຟຟ້າມີການລະບາດໜັກ ໃນເດັກນ້ອຍນັກຮຽນ ແລະ ໄວໜຸ່ມ, ທັງ ເປັນອັນຕະລາຍຕໍ່ເດັກນ້ອຍ. ຕາມການສຳຫລວດຍັງຊີ້ໃຫ້ເຫັນຕື່ມວ່າ ຢາສູບໄຟຟ້າເຮັດໃຫ້ຈໍານວນປະຊາກອນ ທີ່ເສບຕິດນິໂກຕິນເພີ່ມຂຶ້ນ, ພ້ອມນີ້ ຢາສູບໄຟຟ້າຍັງເພີ່ມຄວາມສ່ຽງ ແລະ ສົ່ງຜົນກະທົບ ຕໍ່ສຸຂະພາບຂອງປະຊາຊົນ, ສ້າງຄວາມຫຍຸ້ງຍາກເພີ່ມຂຶ້ນ ໃຫ້ແກ່ການຄວບຄຸມ ຢາສູບ ຂອງໜ່ວຍງານທີ່ກ່ຽວຂ້ອງ. ເມື່ອຄົນສູບຢາສູບທໍາມະດາ ທີ່ປ່ຽນມາສູບຢາໄຟຟ້າ, ສ່ວນໃຫຍ່ແມ່ນຍັງມີການສູບຢາທໍາມະດາຕໍ່ໄປ ຊຶ່ງການສູບທັງສອງຢ່າງຈະມີອັນຕະລາຍ ຫລາຍກວ່າການສູບພຽງຢ່າງດຽວ. ກົງກັນຂ້າມເຊົາສູບຢາທຳມະດາໄດ້ ແຕ່ພັດຍັງສູບຢາສູບໄຟຟ້າຕໍ່ໄປ ແລະ ອ້າງວ່າ ຢາສູບໄຟຟ້າມີຜົນດີຕໍ່ຄົນສູບຢາຢູ່ແລ້ວ. ສ່ວນຜູ້ທີ່ບໍ່ເຄີຍສູບຢາ ແລ້ວຫັນມາສູບຢາໄຟຟ້າ ແມ່ນມີສ່ຽງຕິດນິໂກຕິນ ຈາກຢາສູບໄຟຟ້າໄປຕະຫລອດຊີວິດ, ສ່ຽງທີ່ຈະນຳໄປສູ່ການຕິດສິ່ງເສບຕິດທີ່ຮ້າຍແຮງຊະນິດອື່ນໆໄດ້.

ຢາສູບໄຟຟ້າ ແມ່ນຢາສູບຮູບແບບໃໝ່, ມີຄວາມອັນຕະລາຍຫລາຍກວ່າຢາສູບທໍາມະດາ ຍ້ອນການເສບນິໂກຕິນສົດໆ; ຢາສູບໄຟຟ້າເຮັດໃຫ້ຄົນໃນໂລກຕິດນິໂກຕີນເພີ່ມຂຶ້ນ, ທັງໆທີ່ອັດຕາການສູບຢາທໍາມະດາໃນທົ່ວໂລກ ນັບມື້ນັບຫລຸດລົງ, ທັງເປັນກົນລະຍຸດທີ່ບໍລິສັດຢາສູບ ຄິດ ຄົ້ນມາຕະຫລອດເວລາ ເພື່ອເຮັດແນວໃດໃຫ້ຄົນເຂົ້າສູ່ວົງຈອນເສບຕິດ ທີ່ຖືກກົດໝາຍ. ການເສບຕິດນິໂກຕິນ ເປັນບັນຫາທີ່ຮຸນແຮງຫຼາຍ ເພາະນິໂກຕິນເຮັດໃຫ້ເສບຕິດໄປຕະຫຼອດຊີວິດ ແຕ່ສັງຄົມຍັງບໍ່ເຫັນຄວາມສຳຄັນ ຕໍ່ບັນຫານີ້. ໃນນັ້ນ, ຢາສູບທໍາມະດາ ໃຊ້ເວລາເຖິງ 40 ປີ ຈຶ່ງຄົ້ນພົບວ່າພາໃຫ້ເກີດມະເຮັງທົ່ວຮ່າງກາຍ ແລະ ຢາສູບໄຟຟ້າລະບາດມາ 10 ກວ່າປີ ກໍເລີ່ມພົບກໍລະນີມະເຮັງຍ້ອນສູບຢາສູບໄຟຟ້າ, ຜູ້ເສບເກືອບທັງໝົດແມ່ນໄວໜຸ່ມ, ເດັກນອຍໃນຊັ້ນປະຖົມກໍເລີ່ມສູບ. ອົງ

ຂະນະທີ່, ການອະນາໄມໂລກລາຍງານວ່າ: ໃນທົ່ວໂລກມີຜູ້ສູບຢາປະມານ 1,1 ຕື້ຄົນ. ນອກນີ້, ຍັງພົບວ່າ: ເດັກ ແລະ ໄວໜຸ່ມຈຳນວນຫລາຍລິເລີ່ມສູບຢາສູບໄຟຟ້າ ໄປພ້ອມໆກັບຢາສູບທຳມະດາ ເຮັດໃຫ້ມີຜົນຮ້າຍຕໍ່ສຸຂະພາບຫລາຍເທົ່າ ແລະ ຄວັນຢາສູບເຮັດໃຫ້ພິການ ແລະ ເສຍຊີ ວິດ. ເຮັດໃຫ້ຄົນທົ່ວໂລກຕາຍຍ້ອນຢາສູບເຖິງ 8 ລ້ານຄົນ ແລະ ຫລາຍກວ່າ 800.000 ຄົນ ຕາຍຍ້ອນພະຍາດທີ່ເກີດຈາກການໄດ້ຮັບຄວັນຢາສູບຈາກຄົນອື່ນ.

        ໂດຍ: ສາວບ້ານໂນນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version