Thursday, April 17, 2025
Homeຂ່າວພາຍໃນລະດົມຄວາມຄິດເຫັນຕໍ່ກັບການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າ

ລະດົມຄວາມຄິດເຫັນຕໍ່ກັບການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມ ລະດົມຄວາມຄິດເຫັນຈາກພາກທຸລະກິດ ເພື່ອຄົ້ນຄວ້າບັນດາມາດຕະການແກ້ໄຂ ຕໍ່ກັບບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນວັນທີ 16 ມິຖຸນາ ນີ້ ທີ່ຫ້ອງປະຊຸມ ສວສສຊ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງເລຂາຄະນະພັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮອງຫົວໜ້າ ທັງເປັນຜູ້ປະຈຳການ ຄະນະສະເພາະກິດ 44/ນຍ. ເຂົ້າຮ່ວມມີບັນດາຜູ້ຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາສະມາຄົມທຸລະກິດ, ທະນາຄານທຸລະກິດ, ຕາງໜ້າຫົວໜ່ວຍທຸລະກິດ ຮ່ວມກັບຂະແໜງການ ພາກລັດ ທີ່ກ່ຽວຂ້ອງ, ນັບທັງນັກເສດຖະສາດ, ນັກຄົ້ນຄວ້າ ຂອງບັນດາສະຖາບັນຄົ້ນຄວ້າເສດຖະກິດ ຂອງ ສວສສຊ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອລະດົມຄວາມຄິດເຫັນຈາກພາກທຸລະກິດກ່ຽວກັບປັດໄຈໃດ ທີ່ເປັນສາເຫດຕົ້ນຕໍ ກໍ່ໃຫ້ເກີດສະພາບບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າສູງຂຶ້ນຢ່າງຕໍ່ເນື່ອງ, ວິທີການໃນການຮັບມື ຂອງພາກທຸລະກິດ ຕໍ່ກັບບັນຫາດັ່ງກ່າວ ລວມເຖິງຂໍ້ສະເໜີແນະຈາກພາກທຸລະກິດ ເພື່ອໃຫ້ຄະນະສະເພາະກິດ ນຳໄປຄົ້ນຄວ້າລົງເລິກ ເພື່ອຊອກຫາແນວທາງ ແລະ ມາດຕະການໃນການແກ້ໄຂໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ, ທ່ານ ກິແກ້ວ ຈັນທະບູລີ ຍັງໄດ້ເນັ້ນໜັກ ເພື່ອຂໍຄວາມຮ່ວມມື ຈາກພາກທຸລະກິດ ໃນການປະສານສົບທົບ ກັບກອງເລຂາຊ່ວຍວຽກຄະນະສະເພາະກິດ 44/ນຍ ເພື່ອສະ ໜອງຂໍ້ມູນອັນເປັນປະໂຫຍດ ເພື່ອໃຫ້ທີມງານສາມາດນຳມາຄົ້ນຄວ້າ, ວິເຄາະວິໄຈ ໃຫ້ຖືກຕາມສະພາບການຕົວຈິງ ຢ່າງພາວະວິໄສ ເພື່ອຊອກຫາແນວທາງ ແລະ ມາດຕະການແກ້ໄຂໃຫ້ສອດຄ່ອງ ເພື່ອຊ່ວຍຊຸກຍູ້ພາກທຸລະກິດ ໃຫ້ສາມາດຂ້າມຜ່ານວິກິດການໃນຄັ້ງນີ້ໃຫ້ໄດ້ໂດຍໄວ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments