Home ຂ່າວຕ່າງປະເທດ ການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດ ເພີ່ມຂຶ້ນ 26,6%

ການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດ ເພີ່ມຂຶ້ນ 26,6%

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ໂດຍອີງຕາມຂໍ້ມູນທີ່ກະຊວງການຄ້າຈີນໄດ້ເປີດເຜີຍໂດຍສະແດງໃຫ້ເຫັນວ່າ ນັບແຕ່ເດືອນມັງກອນເຖິງເດືອນເມສາປີນີ້, ການລົງທຶນຕໍ່ຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດທີ່ບໍ່ແມ່ນປະເພດການເງິນໄດ້ບັນລຸເກືອບ 290 ຕື້ຢວນ ເພີ່ມຂຶ້ນ 26,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເມື່ອຄິດໄລ່ເປັນເງິນໂດລາແລ້ວເທົ່າກັບ 42 ຕື້ກວ່າໂດລາ ເພີ່ມຂຶ້ນ 17,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຈາກຂໍ້ມູນນີ້ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນເຖິງເດືອນເມສາປີນີ້, ການລົງທຶນໂດຍກົງຂອງວິສາຫະກິດຈີນຕໍ່ປະເທດທີ່ຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງທີ່ບໍ່ແມ່ນປະເພດການເງິນໄດ້ບັນລຸເຖິງ 7 ຕື້ກວ່າໂດລາ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ກວມເອົາ 17,8% ຂອງຍອດມູນຄ່າການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດທີ່ບໍ່ແມ່ນປະເພດການເງິນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version