Home ຂ່າວຕ່າງປະເທດ ສ.ເກົາຫລີ ເຂັ້ມງວດໃນການນໍາເຂົ້າຊິ້ນງົວ ຈາກ ສ.ອາເມລິກາ

ສ.ເກົາຫລີ ເຂັ້ມງວດໃນການນໍາເຂົ້າຊິ້ນງົວ ຈາກ ສ.ອາເມລິກາ

0

ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ວັນ​ທີ 22 ພືດ​ສະພາ, ສ.​ເກົາຫລີ ​ເລີ່​ມ​ເພີ່ມ​ຄວາມ​ເຂັ້ມ​ງວດ ໃນການ​ກວດກາ ເພື່ອ​ປ້ອງ​ກັນ​ ພະຍາດ ສຳລັບ​ ການ​ນໍາ​ເຂົ້າ ​ຊິ້ນ​ງົວ​ ຈາກ ສ.ອາ​ເມ​ລິ​ກາ ພາຍຫລັງ​ ມີ​ລາຍ​ງານ​ ການ​ແພ່​ ລະບາດ ຂອງ​ ພະຍາດ​ ງົວ​ບ້າ ​ໃນ​ສ.ອາ​ເມ​ລິ​ກາ. ​

ກະຊວງ​  ກະສິກຳ ​ອາຫານ ​ແລະ ກິດຈະການ ຊົນນະບົດ​ ຂອງ ສ.​ເກົາຫລີ ​ເປີດ​ເຜີຍວ່າ: ​ ການ​ຕັດສິນ​ໃຈ ດຳ​ເນີນ​ ມາດ​ຕະການ ​ເບື້ອງ​ຕົ້ນ ​ໂດຍການ​ເພີ່ມ ອັດຕາ​ສ່ວນ​ ໃນກວດກາ ຕົວຢ່າງ​ຊິ້ນ​ງົວ ນໍາ​ເຂົ້າ​ ຈາກ ສ.ອາ​ເມ​ລິ​ກາ ຈາກ 3% ​ເປັນ 10% ຕັ້ງ​ແຕ່​ ວັນ​ທີ 22 ພືດ​ສະພາ​ ຜ່ານມາ. ຫລັງຈາກ ສ.ອາເມລິກາ ​ໄດ້ຢືນຢັນ ກໍລະນີ ຄວາມຜິດ​ປົກກະຕິ​ ຂອງ​ ພະຍາດ ງົວ​ບ້າ (BSE) ທີ່​ໂຮງ​ຂ້າ​ສັດ​ ແຫ່ງ​ໜຶ່ງ​ ໃນ​ລັດ ​ເຊົາແຄ​ໂຣ​ໄລ​ນາ. ​ກະຊວງ ກ່ຽວຂ້ອງ ໄດ້ຮຽກຮ້ອງໃຫ້ ລັດຖະບານ ສ.ອາເ​ມລິ​ກາ ມອບ​ຂໍ້​ມູນ​ ທາງ​ລະບາດ ​ວິທະຍາ​ ກ່ຽວກັບ ​ການ​ແພ່​ລະບາດ​ ຂອງ ພະຍາດ​ນີ້ ​ແບບ​ຜິດ​ປົກກະຕິ , ພ້ອມທັງ ​ລະບຸ​ວ່າ ຈະ​ໃຊ້​ມາດ​ຕະການ​ ເພີ່ມ​ເຕີມ ຖ້າຫາກ ມີຄວາມ​ຈຳ​ເປັນ ພາຍຫລັງ​ ທົບ​ທວນ​ ການ​ສືບສວນ ​ສອບ​ສວນ ທາງ​ລະບາດ​ ວິທະຍາ ຂອງ​ສ.ອາ​ເມ​ລິ​ກາ ​ແລະ ປະຊຸມ​ກັບ​ໜ່ວຍ​ງານ ​ແລະ ຄະນະ​ຜູ້​ຊຽວຊຽນ ທີ່​ກ່ຽວຂ້ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version