Home ຂ່າວຕ່າງປະເທດ ສປຊ ຮຽກຮ້ອງໃຫ້ເລັ່ງຈັດຕັ້ງປະຕິບັດ “ຂອບຄຸນໝິງ-ມອນເຕຣໂອ”

ສປຊ ຮຽກຮ້ອງໃຫ້ເລັ່ງຈັດຕັ້ງປະຕິບັດ “ຂອບຄຸນໝິງ-ມອນເຕຣໂອ”

0

ຂ່າວສານຊີອາໄອລາຍງານ, ວັນທີ 22 ພຶດສະພາປີນີ້ ແມ່ນວັນຊີວະນານາພັນສາກົນຄັ້ງທຳອິດພາຍຫຼັງປະຊາຄົມໂລກຮັບຮອງຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນເຕຣໂອ ຫຼື ຂອບຄຸນໝິງ-ມອນເຕຣໂອ. ອົງການ ສປຊ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆເລັ່ງລັດຈັດຕັ້ງປະຕິບັດ “ຂອບຄຸນໝິງ-ມອນເຕຣໂອ”.

ເວັບໄຊທາງການຂອງອົງການສະຫະປະຊາຊາດໄດ້ໂພສແຈ້ງການໂດຍລະບຸວ່າ: ປີນີ້ແມ່ນປີໜຶ່ງທີ່ພິເສດໃນດ້ານອະນຸລັກຊີວະນານາພັນ “ຂອບຄຸນໝິງ-ມອນເຕຣໂອ” ທີ່ເປັນສັນຍາຄັ້ງປະຫວັດສາດໄດ້ລົງນາມເມື່ອເດືອນທັນວາປີ 2022, ໄດ້ກຳນົດເປົ້າໝາຍ ແລະ ມາດຕະການລະອຽດໃນການສະກັດກັ້ນ ແລະ ຫັນປ່ຽນການສູນພັນດ້ານຊີວະນານາພັນຢູ່ໃນທົ່ວໂລກ.

ແຈ້ງການລະບຸວ່າ: ຫົວຂໍ້ຂອງວັນຊີວະນານາພັນສາກົນປີ 2023 ແມ່ນຈາກສັນຍາການຮ່ວມແຮງຮ່ວມໃຈກັນຟື້ນຟູຊີວະນານາພັນ ເມື່ອໄດ້ປຶກສາຫາລືຕົກລົງແຜນການດຳເນີນງານແລ້ວ, ປະເທດຕ່າງໆກໍຕ້ອງຈັດຕັ້ງປະຕິບັດມາດຕະການທັງໝົດໃນສັນຍາດັ່ງກ່າວກ່ອນປີ 2030.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version