Tuesday, September 24, 2024
HomeUncategorizedປະທານສະພາແຫ່ງຊາດ ເນັ້ນໃຫ້ແຂວງໄຊຍະບູລີ ຫັນແນວຄິດແບບເກົ່າສູ່ການຄົ້ນຄິດ ແລະ ປະດິດສ້າງໃໝ່

ປະທານສະພາແຫ່ງຊາດ ເນັ້ນໃຫ້ແຂວງໄຊຍະບູລີ ຫັນແນວຄິດແບບເກົ່າສູ່ການຄົ້ນຄິດ ແລະ ປະດິດສ້າງໃໝ່

ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ໂອ້ລົມຕໍ່ການນໍາຂອງແຂວງ ໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝທີ VII ຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ໂດຍເນັ້ນໃຫ້ການນໍາຂອງແຂວງຕ້ອງຢຶດໝັ້ນ ແລະ ປະຕິບັດຫລັກການ ລວມສູນປະຊາທິປະໄຕ, ລະບອບແບບແຜນວິທີນຳພາຂອງພັກຢ່າງເຂັ້ມງວດ, ຕ້ອງຍົກສູງຄວາມເປັນແບບຢ່າງ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ກໍຄື ມະຫາຊົນຢ່າງກວ້າງຂວາງ, ຖືເອົາວຽກງານການເມືອງ-ແນວຄິດ ເປັນຄືສະໜາມຮົບໜຶ່ງ ເລີ່ມຈາກຫັນປ່ຽນດ້ານທັດສະນະ-ແນວຄິດ, ຈິນຕະນາການ ລະຫວ່າງອັນຖືກ-ອັນຜິດ, ຫັນວິທີຄິດແບບເກົ່າໄປສູ່ການຄົ້ນຄິດ ແລະ ການປະດິດສ້າງໃໝ່, ແຂ່ງຂັນກັນພັດທະນາ ໃຫ້ເປັນການກະທຳຕົວຈິງຢູ່ໃນຕົວບຸກຄົນ ຫລື ໝູ່ຄະນະ ພ້ອມທັງຍູ້ແຮງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນຊຸມປີທີ່ຍັງເຫລືອຮອດທ້າຍສະໄໝ ເພື່ອເປັນການສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ສະໄໝທີ VII ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ພ້ອມນີ້, ໃຫ້ການນຳແຂວງ ລົງເລິກຊອກຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ, ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນ, ກຳລັງແຮງທີ່ມີ ແລະ ສາມາດປະຕິບັດໄດ້; ສືບຕໍ່ຍູ້ແຮງການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງຜະລິດຕະພັນ ກະສິກໍາສະອາດ ແລະ ຍືນຍົງ, ຍູ້ແຮງບັນດາໂຮງຈັກໂຮງງານປຸງແຕ່ງ ໃຫ້ສາມາດດຳເນີນການຜະລິດໂດຍໄວ, ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ກາຍເປັນພັນທະທີ່ເປັນຄວາມຮັບຜິດຊອບ ຂອງທົ່ວລະບົບການເມືອງ ແລະ ຂອງທຸກພາກສ່ວນໃນສັງຄົມຢ່າງແທ້ຈິງ; ສືບຕໍ່ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ນອກຈາກນີ້, ກໍໃຫ້ສືບຕໍ່ເພີ່ມທະວີການປັບປຸງລະບົບການເມືອງ ແຕ່ຂັ້ນແຂວງລົງຮອດຮາກຖານ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ພ້ອມທັງສືບຕໍ່ເອົາໃຈໃສ່ການພັດທະນາ ດ້ານວັດທະນະທໍາ-ສັງຄົມ ສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ ການພັດທະນາແບບຍືນຍົງ, ເພີ່ມທະວີການນໍາພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ເພື່ອສ້າງໃຫ້ມີກຳລັງຖັນແຖວສະມາຊິກພັກ, ພະນັກງານທີ່ໜັກແໜ້ນ ເຂັ້ມແຂງ, ຈົ່ງຮັກພັກດີ, ຫ້າວຫັນ, ມີຫົວຄິດປະດິດສ້າງ ແລະ ສະດຸ້ງໄວຕໍ່ບັນຫາອັນໃໝ່ ເພື່ອສືບທອດພາລະກິດປະຕິວັດຂອງພັກເຮົາ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments