Home ຂ່າວໜ້າໜຶ່ງ ສໍາມະນາຜົນຮ້າຍຂອງຢາສູບໄຟຟ້າ

ສໍາມະນາຜົນຮ້າຍຂອງຢາສູບໄຟຟ້າ

0

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ ແລະ ວັນງົດຢາສູບໂລກໃຫ້ແກ່ສື່ມວນຊົນ ຂຶ້ນ ໃນວັນທີ 19 ພຶດສະພາ ນີ້ ທີ່ສູນຝຶກອົບຮົມ ສນກາງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ; ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຫົວໜ້າກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ພ້ອມດ້ວຍຜູ້ປະສານງານວຽກງານຄວບຄຸມ, ອົງການອະນາໄມໂລກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃນວັນທີ 6 ກັນຍາ 2008 ໂດຍແມ່ນສົນທິສັນຍາສາກົນສະບັບທໍາອິດທີ່ສາມາດປົກປ້ອງສຸຂະພາບຂອງປະຊາກອນໃນທົ່ວໂລກ, ຈຸດປະສົງຫຼັກເພື່ອ “ປົກປ້ອງ ສຸຂະພາບຂອງທຸກຄົນໃນປັດຈຸບັນ ແລະ ອະນາຄົດ ຈາກຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບຂອງ ຄົນອື່ນ ທີ່ປັດຈຸບັນກໍາລັງທໍາລາຍສຸຂະພາບ, ສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ” ແລະ ສປປ ລາວ ໃນຖານະທີ່ເປັນໜຶ່ງໃນປະເທດພາຄີຂອງສົນທິສັນຍາສະບັບນີ້ ກໍຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕາຕ່າງໆຂອງສົນທິສັນຍາລະບຸໄວ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ຕະຫຼອດໄລຍະ 16 ປີ ຜ່ານມາ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ແລະ ມີການຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ເຫັນວ່າມີຫຼາຍຂົງເຂດທີ່ລັດຖະບານ ບັນລຸເປົ້າໝາຍຕໍ່ພັນທະສົນທິສັນຍາສະບັບນີ້ເປັນຕົ້ນແມ່ນ: 1. ອອກກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບ ແລະ ບັງຄັບໃຊ້ກົດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; 2. ກໍານົດໃຫ້ຊອງຢາສູບ ເປັນຊອງທີ່ມີຮູບພາບຄໍາເຕືອນສຸຂະພາບ ກວມ 75 ສ່ວນຮ້ອຍ ຂອງພື້ນທີ່ໜ້າຊອງ ແລະ ຫ້າມບໍ່ໃຫ້ ມີການໂຄສະນາຢາສູບທຸກຮູບແບບ; 3. ກໍານົດໃຫ້ສະຖານທີ່ໃນຮົ່ມ ເປັນເຂດປອດຄວັນຢາສູບ ເຊັ່ນ: ຫ້ອງການລັດຖະບານ, ສະຖານທີ່ສາທາລະນະ, ສາສະໜາສະຖານ, ສະຖານສຶກສາ ແລະ ກິລາ, ສະຖານທີ່ ແລະ ພາຫະນະໂດຍສານສາທາລະນະ, ສະຖານທີ່ທ່ອງທ່ຽວ, ໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ; 4. ປົກປ້ອງນະໂຍບາຍດ້ານສາທາລະນະສຸກ ຈາກການແຊກແຊງຂອງອຸດສາຫະກໍາຢາສູບ ອີງຕາມມາດຕາ 5.3 ຂອງສົນທິສັນຍາ ແລະ 5. ເຜີຍແຜ່ບັນດານິຕິກໍາ, ຜົນຮ້າຍຂອງການສູບຢາ ແລະ ການໄດ້ຮັບຄວັນຢາສູບຂອງຄົນອື່ນໃນຫຼາຍຊ່ອງທາງ ໂດຍສະເພາະຜ່ານທາງສື່ມວນຊົນທຸກຂະແໜງການ ເພື່ອໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຂອງຢາສູບ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບສະພາບລວມຂອງວຽກງານຄວບຄຸມຢາສູບ ໃນ ສປປ ລາວ; ຜົນປະໂຫຍດທີ່ຈະໄດ້ຮັບຕໍ່ການຈັດຕັ້ງປະຕິບັດນະໂຍບາຍຄວບຄຸມຢາສູບ, ເລ່ກົນຂອງບໍລິສັດຢາສູບໃນການຫຼອກລວງໄວໜຸ່ມ: ເລ່ກົນຂອງບໍລິສັດຢາສູບ; ຢາສູບໄຟຟ້າແມ່ນຫຍັງ ແລະ ພັດທະນາການຂອງຢາສູບໄຟຟ້າ; ຜົນຮ້າຍຂອງຢາສູບໄຟຟ້າ ແລະ ການປາບປາມ ແລະ ສະກັດກັ້ນຢາສູບໄຟຟ້າໃນລາວ; ສັນຍາການລົງທຶນໃນກິດຈະການຢາສູບ ລະຫວ່າງ ລັດຖະບານ ແລະ ບໍລິສັດຢາສູບລາວຈໍາກັດ ສົ່ງຜົນແນວໃດຕໍ່ເສດຖະກິດ ແລະ ສຸຂະພາບຂອງປະຊາຊົນລາວ ພ້ອມນີ້ບັນດາຜູ້ເຂົ້າຮ່ວມກໍໄດ້ຖາມ-ຕອບກ່ຽວກັບຢາສູບໄຟຟ້າ ແລະ ສົນທະນາລວມ. ພິເສດ, ປີນີ້ພວກເຮົາມາພ້ອມໃຈກັນ ສະເຫຼີມສະຫຼອງວັນງົດສູບຢາ ວັນທີ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດທີ່ກິນໄດ້ ແທນການປູກຢາສູບ” ຊຶ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກພືດກະສິກໍາຊະນິດອື່ນ ແທນການປູກຢາສູບ.

ຂ່າວ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version