Tuesday, September 24, 2024
Homeຂ່າວຕ່າງປະເທດການບໍລິໂພກສານໃຫ້ຄວາມຫວານແທນນ້ຳຕານບໍ່ມີຄຸນຄ່າທາງອາຫານ

ການບໍລິໂພກສານໃຫ້ຄວາມຫວານແທນນ້ຳຕານບໍ່ມີຄຸນຄ່າທາງອາຫານ

ບົດ​ລາຍ​ງານ​ຂອງອົງການ​ອະນາ​ໄມ​ໂລກ (WHO) ​ເປີດ​ເຜີຍ​ວ່າ: ສານ​ທີ່​ໃຫ້​ຄວາມ​ຫວານແທນ​ນ້ຳຕານແມ່ນ​ບໍ່​ມີຄຸນຄ່າ​ທາງ​ອາຫານ (non-sugar sweeteners–NSS) ແລະ ບໍ່​ສາມາດໃຊ້​ເພື່ອ​ການ​ຫລຸດນ້ຳໜັກ​ໄດ້ຍ້ອນ​ບໍ່​ໄດ້​ເກີດ​ຜົນ​ປະ​ໂຫຍ​ດ ​ໄລຍະ​ຍາວຕໍ່​ຮ່າງກາຍດ້ານ​ການ​ຄວບ​ຄຸມ ຫລື ຫລຸດ​ນ້ຳໜັກບໍ່​ວ່າ​ຜູ້​ໃຫຍ່ ຫລື ​ເດັກ​ນ້ອຍ​ກໍ່ຕາມ​ ແຕ່​ຖ້າ​ບໍລິ​ໂພ​ກສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳຕານຕໍ່​ເນື່ອງເປັນ​ໄລຍະ​ຍາວອາດ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ຮ່າງກາຍ​ໃນ​ໄລຍະ​ຍາວບໍ່​ວ່າຈະ​ເປັນ​ການ​ເພີ່ມຄວາມ​ສ່ຽງ​ຂອງ​ພະ​ຍາດ​ເບົາຫວານຊະນິດ​ ທີ່2, ພະຍາດ ຫົວ​ໃຈ ​ແລະ ຫລອດ​ເລືອດອາດ​ທັງ​ເຮັດ​ໃຫ້​ອັດຕາການ​ເສຍ​ຊີວິດ​ໃນ​ກຸ່ມຄົນ​ຜູ້​ໃຫຍ່ເພີ່ມ​ຂຶ້ນ. ດັ່ງນັ້ນ ອັງກາ​ນດັ່ງກ່າວຈຶ່ງ​ແນະນຳການ​ປ່ຽນພຶດຕິ​ກຳການ​ບໍລິ​ໂພ​ກ ​ແລະ ການ​ເລືອກຮັບ​ປະທານອາຫານ ​ເຊັ່ນ: ການ​ຮັບ​ປະທານອາຫານ​ຫວານ​ຈາກ​ໝາກ​ໄມ້ທຳ​ມະ​ຊາດ​ໃນ​ປະລິມານ​ທີ່​ເໝາະ​ສົມ ​ແລະ ​ຫລີກ​ລ້ຽງການ​ບໍລິ​ໂພ​ກອາຫານ ຫລື ​ເຄື່ອງ​ດື່ມທີ່​ມີ​ສານ​ປຸງ​ແຕ່ງ​ອື່ນໆ ທຸກ​ປະ​ເພດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments